ຫໍປາສາດບູຮານທີ່ເມືອງຫົງເຫີແຂວງຢຸນນານ

2018-05-04 16:12:03 |ມາຈາກ: Yunnan Gateway

ຕາແສງບູຮານຢີຊາຫ່າງກັບນະຄອນຄຸນໝິງເມືອງເອກຂອງແຂວງຢຸນນານ 260ກິໂລແມັດ,ຫ່າງກັບນະຄອນເໝີງຈື້150ກິໂລແມັດ.ເນື່ອງຈາກໃນເວລານັ້ນປະເທດອາຊີອາຄະເນທີ່ໃກ້ຄຽງກັບປະເທດຈີນຕົກເປັນຫົວເມືອງຂຶ້ນຂອງປະເທດອັງກິດແລະປະເທດຝຣັ່ງ,ຈຶ່ງໄດ້ຮັບຜົນສະທ້ອນຈາກວັດທະນະທຳຂອງປະເທດຕາເວັນຕົກ, ເຊິ່ງກອງລຳລຽງດ້ວຍມ້າຂອງເມືອງຫົງເຫີໄດ້ນຳເອົາວັດທະນະທຳເຄຫາສະຖານຂອງປະເທດຕາເວັນຕົກເຊື່ອມເຂົ້າໃນການກໍ່ສ້າງຂອງທ້ອງຖິ່ນ.

ຫໍປາສາດທີ່ຕຶກປະຕູພາກຕາເວັນອອກຢີຊາປະກອບດ້ວຍສາມພາກສ່ວນຫລັກຄື:ຕຶກເມືອງ,ເຮືອນປະຊາຊົນທີ່ປະສົມວັດທະນະທຳຈີນກັບພາກຕາເວັນຕົກຢາວສູຈູ່ແລະສະໜາມໃຫຍ່ຂອງຫໍວົງກົດສຽນເອີກົ່ງ,ເຊິ່ງເປັນກຸ່ມການກໍ່ສ້າງທີ່ມີຮູບແບບປະສົມວັດທະນະທຳຈີນແລະຕາເວັນຕົກເຂົ້ານຳກັນ,ເຮືອນປະຊາຊົນແບບດັ້ງເດີມໃນສະໄໝລາຊະວົງຊິງທີ່ຍັງຮັກສາໄດ້ດີແລະຄົບຖ້ວນທີ່ສຸດຂອງເມືອງຫົງເຫີ.ຈຸດພິເສດຂອງການກໍ່ສ້າງແບບນີ້ແມ່ນປະຢັດດິນຈີ່,ປອດໄພ,ໝັ້ນຄົງຂະໜົງແກ່ນແລະບໍ່ຫລຸ້ຍຫ້ຽນງ່າຍຍ້ອນຖືກລົມຝົນ .

ຖະໜົນຫຼັກຈຳນວນ7ເສັ້ນຂອງຕາແສງບູນຮານຢີຊາໃນປັດຈຸບັນ,ເຖິງແມ່ນວ່າໄດ້ຜ່ານມາຫຼາຍປີແລະຖືກ ທຳລາຍຈາກພາຍຸລົມຝົນຫຼາຍເທື່ອແລ້ວກໍຕາມ,ແຕ່ສະເໜ່ຂອງມັນຍັງຖືກຮັກສາໄດ້ຢ່າງດີ,ທີ່ສະໜາມໃນທາງຮ່ອມນ້ອຍ,ຍັງສາມາດແນມເຫັນເຖິງຄວາມຮຸ່ງເຮືອງຂອງບ້ານຊາວຈີນຕ່າງດ້າວທີ່ມີເຊື້ອຊາດຈີນໃນເມື່ອກ່ອນ.