ວັດທະນະທຳການແຕ່ງດອງຂອງແຂວງຢຸນນານ

2018-05-07 16:45:08 |ມາຈາກ: Daguan Weekly

ມົນສະເໜ່ຂອງສາຍພົວພັນການແຕ່ງດອງນັ້ນ,ແມ່ນ“ພົບພໍ້ໃນເວລາສັ້ນ”,ແຕ່ສາມາດດໍາລົງຢູ່ຮ່ວມກັນຕະຫຼອດຊີວິດ.

ເນື່ອງຈາກວ່າສິ່ງແວດລ້ອມການດຳລົງຊີວິດແລະພື້ນຖານວັດທະນະທຳຂອງຊົນເຜົ່າໜ້ອຍ ແຂວງຢຸນນານແຕກຕ່າງກັນ,ເຊິ່ງໄດ້ປະດິດສ້າງປະເພນີການແຕ່ງດອງທີ່ແຕກຕ່າງກັນ.

ໂຕແມງກິນູນຍ້ອນວ່າມີສີສັນທຳມະຊາດຈຶ່ງຖືກຄົນເຜົ່າກິນໍຖືເປັນຂອງລ້ຳຄ່າ,ເມື່ອນາງສາວຂອງເຜົ່າກິນໍຢາກສະແດງຄວາມຮັກຕໍ່ຜູ້ຊາຍ,ກໍໄປຈັບໂຕແມງກິນູນຢູ່ເທິງພູຈຳນວນທີ່ຫຼາຍພໍ,ຫຼັງຈາກນັ້ນເອົາມາຜະລິດເປັນເຄື່ອງປະດັບແລ້ວສົ່ງໃຫ້ຜູ້ຊາຍທີ່ຕົນຮັກ.

  

ສຳລັບຄົນເຜົ່າປູ້ລາງແລ້ວ,ເລື່ອງທຳອິດໃນການດຳລົງຊີວິດແມ່ນການກຳເນີດ,ເລື່ອງທີ່ສອງແມ່ນເຂົ້າ ວັດຮັບການສຶກສາ,ເລື່ອງທີ່ສາມແມ່ນງານແຕ່ງດອງ,ເລື່ອງທີ່ສີ່ແມ່ນການຕາຍ,ສິ່ງເຫຼົ່ານີ້ແມ່ນຄົນເຮົາຈຳເປັນຜ່ານ ເຊິ່ງຕ້ອງການເອົາໃຈໃສ່ຢ່າງເຂັ້ມງວດ.

  

ສຳລັບຄົນເຜົ່າໄຕ,ມີແຕ່ສຳເລັດການຜູກແຂນຈຶ່ງຈະສາມາດສະແດງວ່າສອງຄົນໄດ້ສ້າງສາຍພົວພັນຜົວເມຍຢ່າງເປັນທາງການ,“ການຜູກແຂນ”,ມີຄວາມໝາຍເໝືອນດັ່ງລົງທະບຽນສົມລົດທີ່ກົມການປົກຄອງໄດ້ອອກໃຫ້ແລ້ວ.

ເຖິງແມ່ນວ່າປະເພນີຂອງການແຕ່ງງານແຕກຕ່າງກັນກໍຕາມ,ແຕ່ທາດແທ້ຂອງສາຍພົວພັນຂອງການແຕ່ງດອງແມ່ນອັນດຽວກັນ:ຄວາມຮັກ,ຄວາມຮັບຜິດຊອບ,ຄວາມຈິງໃຈ.ໃນລາຍການຕໍ່ໄປນີ້,ຜູ້ຂຽນຈະນຳພາບັນດາທ່ານ,ທ່ຽວຊົມມົນສະເໜ່ທີ່ຫຼາກຫຼາຍຂອງວັດທະນະທຳໃນປະເພນີຂອງບັນດາເຜົ່າແຂວງຢຸນນານ.

ນັກຂ່າວ WANG DAN