ປະເພນີການແຕ່ງດອງຂອງຊົນເຜົ່າກິນໍແຂວງຢຸນນານ

2018-05-08 15:29:25 |ມາຈາກ: Daguan Weekly

ການສະແດງຄວາມຮັກຂອງຕົນໂດຍການສົ່ງຂອງຂວັນ

ການເປັນຊົນເຜົ່າພູດອຍທີ່ດຳລົງຊີວິດຢູ່ໃນປ່າດັ້ງເດີມ,ວັດຖຸດິບຂອງເຄື່ອງໃຊ້ໃນຊີວິດປະຈຳວັນຂອງເຜົ່າກິນໍສ່ວນຫຼາຍແມ່ນເກັບຢູ່ສະຖານທີ່ອ້ອມຂ້າງເລີຍ,ສ່ວນຂອງຂວັນຄວາມຮັກຂອງບ່າວສາວນັ້ນກໍແມ່ນຜະລິດໂດຍຫຍ້າແລະໄມ້ປ່ອງ.ຫຍ້າຄູມະ(ເອີ້ນຕາມຄວາມສຽງ)ທີ່ຊາວພື້ນເມືອງໄດ້ເວົ້ານັ້ນ,ເນື່ອງຈາກວ່າມັນເກີດຢູ່ເທິງແອວພູແລະຊອກຫາໄດ້ຍາກຈິ່ງຖືກຊາວເຜົ່າກິນໍໃຫ້ຄວາມໝາຍວ່າ“ເຖິງແມ່ນວ່າຫ່າງໄກພັນກວ່າກິໂລແມັດກໍຕາມ,ແຕ່ພາຍໃນໃຈດວງນີ້ຈະຄິດຮອດແຕ່ເຈົ້າ”.ໃບໄມ້ຟອຍຍ້ອນວ່າໃບໄມ້ສອງໃບຢູ່ຄົນລະເບື້ອງແລະຮູບຮ່າງຄືກັບໄມ້ຟອຍຈິ່ງເອີ້ນເປັນໃບໄມ້ຟອຍ.ຊາວເຜົ່າກິນໍເປັນຊົນເຜົ່າທີ່ມີສີມືດີ,ເຂົາເຈົ້າເອົາໃບໄມ້ຟອຍມາສານເປັນຮູບຮ່າງຫົວໃຈ,ເຊິ່ງມີຄວາມໝາຍວ່າເຖິງວ່າສອງຄົນຈະຢູ່ຫ່າງໄກກັນກໍຕາມ,ແຕ່ຈິດໃຈແມ່ນຮັດແໜ້ນຢູ່ນຳກັນ.

ຍ້ອນວ່າໂຕແມງກິນູນມີສີສັນທຳມະຊາດອັນສວຍງາມ ຈຶ່ງຖືກຄົນເຜົ່າກິນໍຖືເປັນຂອງລໍ້າຄ່າ.ສີສັນຂອງມັນສາມາດຮັກສາໄວ້ 10 ກວ່າປີ ແຕ່ສີສັນຍັງຄົງສວຍງາມຄືເກົ່າ,ດ້ວຍເຫດນັ້ນມັນກໍເປັນສັນຍະລັກຂອງ ມິດຕະພາບທີ່ສົດໃສແລະຮັດແໜ້ນ.ຢູ່ໃນປະຫວັດສາດ,ຈຳນວນໂຕແມງກິນູນທີ່ຜູ້ບ່າວເຜົ່າກິນໍໄດ້ໃສ່ນັ້ນ,ສາມາດບອກຕຳແໜ່ງຂອງລາວທີ່ເຄີຍຢູ່ໃນໃຈຂອງຜູ້ສາວເຜົ່າກິນໍ.ຢູ່ບ້ານເຜົ່າກິນໍກໍ່ຖືເປັນບ້ານທີ່ນັບຖືສິດເສລີພາບໃນຄວາມຮັກ,ເມື່ອສາວເຜົ່າກິນໍຢາກສະແດງຄວາມຮັກຂອງຕົນຕໍ່ຜູ້ບ່າວ, ກໍໄປຈັບໂຕແມງກິນູນຈຳນວນຫຼາຍຢູ່ເທິງພູ,ແລ້ວຜະລິດເປັນເຄື່ອງປະດັບແລະສົ່ງໃຫ້ຜູ້ບ່າວທີ່ຕົນຮັກ.

ຊາວເຜົ່າກິນໍມັກທີ່ຈະ“ສະແດງຄວາມຮັກດ້ວຍເຄື່ອງຂອງ”,ສາເຫດທີໜຶ່ງແມ່ນຕິດພັນກັບສິ່ງແວດລ້ອມທຳມະຊາດທີ່ຕົນດຳລົງຊີວິດ,ນອກຈາກສາເຫດນີ້ແລ້ວ,ຍັງຍ້ອນວ່າບໍ່ມີໂຕໜັງສື, ຊາວເຜົ່າກິນໍທີ່ສະຫຼາດນັ້ນກໍສະຫຼຸບອອກມາໄດ້ອີກວິທີໜຶ່ງກໍຄື ສະແດງຄວາມຮັກອອກມາຜ່ານການໃຊ້ພືດສັດແທນຄວາມຮູ້ສຶກ.ຄວາມໝາຍຂອງຄຳຫມັ້ນສັນຍານັ້ນໄດ້ຖືກພັດທະນາເປັນສິ່ງທີ່ມີລາຍລະອຽດ,ການດຳລົງຊີວິດກໍຖືກມອບໃສ່ໃນຄວາມໝາຍອັນສວຍງາມ,ເບິ່ງຕາມປັດຈຸບັນແລ້ວ,“ຂອງຂວັນ”ເຫຼົ່ານີ້ທີ່ມາຈາກທຳມະຊາດ,ກໍໄດ້ກາຍເປັນເຄື່ອງໝາຍອັນສວຍງາມທີ່ສຸດໃນການພັນລະນາເຖິງວັດທະນະທຳຊົນເຜົ່າກິນໍແລ້ວ.

“ຄວາມຮັກແມ່ນເລື່ອງເສລີ,ສ່ວນການແຕ່ງດອງບໍ່ໄດ້ເສລີ”

“ຍ້ອນວ່າຊົນເຜົ່າກິນໍບໍ່ມີໂຕໜັງສືເປັນຂອງຕົນເອງ,ປະເພນີມູນເຊື້ອຕ່າງໆແລະປະຫວັດສາດຊົນເຜົ່າທັງຫມົດແມ່ນມາຈາກເພງບູຮານຂອງເຜົ່າກິນໍ”,ວັດທະນະທຳຂອງຊົນເຜົ່າກິນໍແມ່ນສືບທອດດ້ວຍຮູບແບບປາກຕໍ່ປາກ,ສ່ວນການປະພຶດການແຕ່ງງານທີ່ສາມາດເຮັດໄດ້ແລະບໍ່ສາມາດເຮັດໄດ້ນັ້ນກໍມີປາກົດອອກມາຈຳນວນໜຶ່ງໃນວັດທະນະທຳປາກເປົ່າ.ໃນເພງບູຮານຂອງເຜົ່າກິນໍ,ໄດ້ມີຂໍ້ກຳນົດທີ່ຈະແຈ້ງວ່າ“ບ່າວສາວທີ່ມີສາຍພົວພັນທາງສາຍເລືອດແມ່ນບໍ່ສາມາດແຕ່ງດອງກັນໄດ້”.ເມື່ອຂໍ້ກຳນົດບູຮານເຫຼົ່ານີ້ຖືກຂັບຮ້ອງອອກມາດ້ວຍນ້ຳສຽງທີ່ແຫບຕໍ່າ, ເມື່ອຮ້ອງອອກມາແລ້ວ,ບໍ່ມີໃຜທີ່ບໍ່ຊາບຊຶ້ງ,ໂດຍສະເພາະສຳລັບຄົນເຖົ້າແກ່ຂອງເຜົ່າກິນໍນັ້ນແມ່ນຟັງເທື່ອໃດ ນໍ້າຕາກໍໄຫຼອອກມາເທື່ອນັ້ນ.

ຢູ່ໃນກຸ່ມຂອງເຜົ່າກິນໍໄດ້ມີຄຳເວົ້າຄຳໜຶ່ງທີ່ໄດ້ຕົກທອດສືບກັນມາວ່າ“ຄວາມຮັກແມ່ນເລື່ອງເສລີ,ສ່ວນການແຕ່ງດອງບໍ່ໄດ້ເສລີ”.ມີຄົນເຖົ້າແກ່ຂອງເຜົ່າກິນໍໄດ້ອະທິບາຍວ່າ,ໃນເຜົ່າກິນໍ ບໍ່ມີການແຕ່ງດອງຕາມຄຳສັ່ງຂອງພໍ່ແມ່ພີ່ນ້ອງ,ກໍບໍ່ມີການນັດກັນກ່ຽວກັບການແຕ່ງດອງຄືກັນ,ຄວາມຮັກລະຫວ່າງບ່າວສາວແມ່ນເປັນໄປຕາມ“ບຸນວາດສະໜາ”ແລະ“ຄວາມຮູ້ສຶກ”,ເມື່ອບ່າວສາວ“ຖືກຕາຖືກໃຈ”ຕໍ່ກັນແລ້ວ,ກໍສາມາດສະແດງສັນຍານຕ່າງໆຕໍ່ຝ່າຍກົງກັນຂ້າມເພື່ອສະແດງຄວາມໃນໃຈຂອງຕົນອອກມາ.ແຕ່ວ່າ,ເມື່ອຮອດໄລຍະການແຕ່ງດອງແລ້ວ,ບ່າວສາວກິນໍກໍຈຳເປັນຕ້ອງປະຕິບັດຕາມຂໍ້ກຳນົດຕ່າງໆ.

ໃນຄວາມຄິດກ່ຽວກັບປະເພນີການແຕ່ງດອງຂອງເຜົ່າກິນໍ,“ບ່າວສາວທີ່ມີການພົວພັນສາຍເລືອດນັ້ນບໍ່ສາມາດແຕ່ງດອງກັນ”,ເມື່ອອາຍຸຂອງຜູ້ສາວວຽນມາເຖິງເລກ “7”ແມ່ນບໍ່ໃຫ້ແຕ່ງ,ອາຍຸຂອງຜູ້ບ່າວວຽນມາເຖິງເລກ“9”ບໍ່ໃຫ້ແຕ່ງ;ໃນລະຫວ່າງ ເດືອນ6ຫາເດືອນ9ຕາມປະຕິທິນຈັກທະຄະຕິ,ເນື່ອງຈາກມີຝົນຕົກຫຼາຍ,ບໍ່ໃຫ້ມີການຈັດງານດອງ……ເຊິ່ງຂໍ້ກຳນົດຕ່າງໆກ່ຽວກັບການແຕ່ງດອງຂອງຊົນເຜົ່າກິນໍເຫຼົ່ານີ້,ໄດ້ຮັບການສືບທອດກັນມາແຕ່ດົນນານແລ້ວ.

    

ນັກຂ່າວ YANG XIUJIE

ຮູບພາບໂດຍ MENG ZHIGANG

    

滇ICP备 09002441号
中华人民共和国国务院新闻办公室 支持指导
云南省人民政府新闻办公室 主办
云南日报报业集团 承办
本网站由云桥网版权所有,未经授权禁止复制或建立镜像
Copyright ©yunnangateway.com All Rights Reserved since 2006