ປະເພນີການແຕ່ງດອງຂອງຊົນເຜົ່າປູຫຼ້າງແຂວງຢຸນນານ

2018-05-09 18:07:10 |ມາຈາກ: Daguan Weekly

ສິ່ງທີ່ມີອາຍຸຍາວນານເໝືອນບ້ານບູຮານເຜົ່າປູຫຼ້າງເວີງຈີບ້ານມາງຈິ່ງຕາແສງຮຸ້ຍມີນເມືອງລ້ານຊ້າງນະຄອນພູເອີນັ້ນ,ກໍແມ່ນສະຖານທີ່ເສັນໄຫວ້ແຫ່ງໜຶ່ງທີ່ຖືກຊາວພື້ນເມືອງເອີ້ນເປັນ“ຫົວໃຈຂອງບ້ານ”. “ຫົວໃຈຂອງບ້ານ”ຕັ້ງຢູ່ໃຈກາງຂອງບ້ານບູຮານເວີງຈີ,ເໝືອນສິ່ງທີ່ໃຫ້ຄວາມຫວັງຂອງຄົນທີ່ຜ່ານແດດຜ່ານລົມມາດົນແລ້່ວ,ເຄີຍມີຊາວເຜົ່າປູຫຼ້າງນັບບໍ່ຖ້ວນທີ່ໄດ້ກົ້ມຂາບຢູ່ຕໍ່ໜ້າມັນ,ໂດຍສະເພາະໃນເວລາທີ່ຄົນສອງຄົນຈະແຕ່ງດອງນຳກັນ,ເຊິ່ງຕ້ອງໄດ້ມາຈັກຄັ້ງຫນຶ່ງແລະຂໍພອນໃຫ້ມີຄວາມສຸກໄປພ້ອມກັນ.ເຊິ່ງມັນໄດ້ເປັນຕົວແທນທີ່ສະແດງເຖິງໄວໜຸ່ມ ຄວາມຮັກແລະການສ້າງຄອບຄົວທີ່ຄ່ອຍໆມີການປ່ຽນແປງຈາກລຸ້ນສູ່ລຸ້ນຂອງບ້ານບູຮານແຫ່ງນີ້.

ມັກຫຼືບໍ່ມັກ ທັງໝົດແມ່ນຢູ່ໃນນໍ້າຊາ

ໃນລະດູບານໃໝ່ຂອງປີ2016,ສາວເຜົ່າຜູຫຼ້າງ ຢີ້ນິ ໄດ້ຈັດງານແຕ່ງດອງຂອງຕົນຢູ່ໃນບ້ານບູຮານເວີງຈີ.ພິທີການຕ່າງໆທັງຫມົດດຳເນີນຕາມປະເພນີທີ່ເປັນມູນເຊື້ອຂອງເຜົ່າປູຫຼ້າງໝົດ,ແຕ່ ນາງຢີ້ນິ ເວົ້າວ່າ,ຄວາມຮັກຂອງຕົນແມ່ນແຕກຕ່າງກັນກັບຄວາມຮັກຂອງເຜົ່າປູຫຼ້າງແບບດັ້ງເດີມຫຼາຍ.

“ແມ່ຕູ້ຂອງຂ້ອຍເຄີຍໄດ້ບອກເລົ່າສູ່ຂ້ອຍຟັງວ່າ,ນອກຈາກສາມາດພົບເຫັນກັບຊາຍໜຸ່ມຍາມວຽກງານກະສິກຳແລ້ວ,ພວກເຮົາຍັງສາມາດພົບກັນໃນບຸນບັນພະບູລຸດຊາແລະບຸນຫົດນໍ້າ,ແລະຊອກຫາເນື້ອຄູ່ຂອງຕົນ.”ແມ່ຕູ້ຂອງ ນາງຢີ້ນິ ແມ່ນຮູ້ຈັກກັບພໍ່ຕູ້ແບບນີ້ແຫຼະ.

ແມ່ຕູ້ຂອງ ຢີ້ນິ ເປັນສາວງາມ ຈຶ່ງມີຜູ້ບ່າວມາຈີບຫຼາຍຄົນ.ເມື່ອຄ້ອຍຕາເວັນຕົກແລ້ວ ກໍມີຜູ້ຈີບມານັ່ງອ້ອມຢູ່ຄີໄຟຂອງເຮືອນແມ່ຕູ້,ຟ້ອນລຳທຳເພງກັນ,ສ່ວນແມ່ຕູ້ໄດ້ມີການເລືອກຂອງຕົນຢູ່ໃນໃຈແລ້ວ.“ຢູ່ຕໍ່ໜ້າຂອງແຕ່ລະຄົນມີຈອກໜ່ວຍໜຶ່ງ ທີ່ເຮັດດ້ວຍໄມ້ໄຜ່ຫຼືໄມ້,ແລະມີໃບຊາຢູ່ທາງໃນ,ເຊິ່ງເຈົ້າຂອງເຮືອນຈະຮັບຜິດຊອບຕື່ມນໍ້າໃຫ້.”“ການຕື່ມນໍ້າ”ເປັນສິ່ງທີ່ສາມາດສັງເກດເຫັນຈິດໃຈຂອງນາງ,ຖ້າເປັນຄົນທີ່ນາງຮັກມັກ ຈະຕື່ມນໍ້າໃຫ້ໜ້ອຍ,ເພື່ອຫວັງໃຫ້ລາວສາມາດຢູ່ເຮືອນຂອງຕົນໄດ້ດົນກວ່າ;ຖ້າເປັນຄົນທີ່ຕົນບໍ່ມັກ,ຈະຕື່ມນໍ້າໃຫ້ຫຼາຍໆ,ໝາຍເຖິງດື່ມຊາໃຫ້ໄວແດ່,ດື່ມແລ້ວກໍໄປຫ້ອງນໍ້າແລະບໍ່ຕ້ອງເຂົ້າມາອີກ.

ງານແຕ່ງດອງເຕັມໄປດ້ວຍກິ່ນຫອມຂອງຊາ

ເຖິງແມ່ນວ່າຄົນເຜົ່າປູຫຼ້າງໄດ້ແຕ່ງດອງກັບຄົນເຜົ່າອື່ນໆນັບມື້ນັບຫຼາຍຂຶ້ນກໍຕາມ,ແຕ່ບ້ານບູຮານເວີງຈີຍັງຮັກສາບຸນປະເພນີການແຕ່ງດອງອັນເປັນມູນເຊື້ອອັນເກົ່າແກ່ຂອງຊົນເຜົ່າປູຫຼ້າງຢູ່.ໃນປະເພນີການແຕ່ງດອງຂອງເຜົ່າປູຫຼ້າງ,ໃບຊາມີຄວາມສຳຄັນຫຼາຍ,ຍາມໄປຂໍສ້າງສານສຳພັນຕ້ອງຖືຊາໄປນຳ,ງານຫມັ້ນກໍຕ້ອງມີຊາ,ຈັດງານແຕ່ງດອງກໍຕ້ອງມີຊາ,ພາຍຫຼັງການສ້າງຄອບຄົວນຳກັນແລ້ວກໍຫ່າງຈາກໃບຊາບໍ່ໄດ້ຄືກັນ.

“ຊາເປັນດວງວິນຍານຂອງເຜົ່າປູຫຼ້າງ.”ພະລາຊະໂອລົດ ປູຫຼ້າງ ຊູເຫວີນກໍ ເວົ້າວ່າ,ເລື່ອງແຕ່ງດອງເຊິ່ງເປັນໜຶ່ງໃນເລື່ອງໃຫຍ່ທີ່ສຸດໃນຊີວິດຂອງຄົນເຮົານັ້ນບໍ່ສາມາດຫ່າງຈາກຊາຢ່າງແນ່ນອນ.ອາວແລະນ້າບ່າວເປັນຜູ້ທີ່ເປັນສັກຂີພິຍານຜູ້ທຳອິດຂອງສາຍພົວພັນຄອບຄົວຂອງເຜົ່າປູຫຼ້າງ,ບ່າວສາວສົ່ງຈິດໃຈຂອງຕົນໃຫ້ສູ່ພິນ້ອງ,ແລະໃຫ້ພີ່ນ້ອງສົ່ງຕໍ່ພໍ່ແມ່,ແລ້ວພໍ່ແມ່ຂອງຝ່າຍຜູ້ຊາຍກໍແຕ່ງຕັ້ງພີ່ນ້ອງຂອງຕົນໄປເຖິງເຮືອນຂອງຜູ້ສາວເພື່ອຂໍສ້າງຄອບຄົວນຳກັນກັບລູກຊາຍຂອງຕົນ,“ຖືໃບຊາກະເປົາໜຶ່ງແລະເຫຼົ້າຂວດໜຶ່ງໄປ,ຖ້າຝ່າຍຜູ້ສາວບໍ່ມີຂໍ້ຂັດຄ້ານ,ກໍຮັບເອົາຂອງຂວັນເຫຼົ່ານີ້ມາ.”

ຕໍ່ມາແມ່ນພິທີການຫມັ້ນ , ພີ່ນ້ອງຂອງສອງຝ່າຍຈຳເປັນຕ້ອງນັ່ງຢູ່ຮ່ວມກັນແລະທັງດື່ມຊາທັງໂອ້ລົມນຳກັນ,ແລະປະກາດເລື່ອງແຕ່ງດອງຢູ່ພາຍໃນຂອບເຂດພີ່ນ້ອງກ່ອນ,ຕັດສິນໃຈເວລາແລະສະຖານທີ່ຂອງງານແຕ່ງດອງ.“ງານແຕ່ງດອງຂອງເຜົ່າປູຫຼ້າງຈະຈັດລວມທັງຫມົດ3ມື້.”ມື້ທີ່ສອງຈຶ່ງເປັນງານແຕ່ງດອງຢ່າງເປັນທາງການ.“ຕອນເຊົ້າ6ໂມງ,ເຈົ້າບ່າວຕ້ອງຕື່ນນອນແລະໄຫວ້ພໍ່ແມ່,ຈຶ່ງສາມາດໄປຈັດງານແຕ່ງດອງແລະໄຂງານລ້ຽງຢູ່ຝ່າຍເຈົ້າສາວ.”ເມື່ອໃກ້ຈະສິ້ນສຸດງານລ້ຽງ,ທຸກຄົນຈະພາກັນມາສົ່ງຄອບຄົວໃໝ່ເຖິງເຮືອນຝ່າຍຊາຍນຳກັນ.ເມື່ອຈົ້າສາວຈະເຂົ້າປະຕູ,ຈຳເປັນຕ້ອງໄດ້ຮ້ອງເພງງານແຕ່ງ.

ຄົນເຜົ່າປູຫຼ້າງສ່ວນຫຼາຍນັບຖືສາສະໜາພຸດ,ເຊິ່ງການຜູກແຂນຈຶ່ງເປັນການຢັ້ງຢືນຢ່າງແນ່ນອນຂອງສາຍພົວພັນຄອບຄົວທີ່ຂາດບໍ່ໄດ້,ສິ່ງທຳອິດທີ່ເຈົ້າສາວມາເຖິງເຮືອນເຈົ້າບ່າວກໍແມ່ນສວດມົນແລະຜູກແຂນ,ເຈົ້າບ່າວເຈົ້າສາວຍັງຕ້ອງໄດ້ຮັບການສິດສອນຈາກລຸງປ້ານ້າອາຜູ້ອາວຸໂສອີກດ້ວຍ.ຄູ່ຄອບຄົວໃໝ່ຕ້ອງຖືຈອກຊາໄປໃຫ້ຜູ້ເຖົ້າແຕ່ລະຄົນທີ່ມາຮ່ວມງານ,ເພື່ອຮັບຄຳອວຍພອນຂອງເຂົາເຈົ້າ.ຕອນຄໍ່າ,ຍັງຕ້ອງໄປເຖິງບ່ອນຢູ່ຜູ້ອາວຸໂສຂອງທັງສອງຝ່າຍ,ເພື່ອເທນໍ້າລ້າງຕີນໃຫ້ແຫ່ຜູ້ອາວຸໂສ,ມ້ຽນຜ້າຫົ່ມແລະຕຽງເຂົາເຈົ້າໃຫ້ຮຽບຮ້ອຍ.ເພື່ອເປັນການຕອບຄືນ,ຜູ້ອາວຸໂສຈະມອບເງິນຫຼືຂອງຂວັນຈຳນວນໜຶ່ງໃຫ້ແກ່ຄູ່ແຕ່ງງານໃໝ່,ເຊິ່ງສິ້ນສຸດງານແຕ່ງດອງໃນມື້ນີ້.“ມື້ທີ່ສາມແມ່ນການຮູ້ຈັກກັບພີ່ນ້ອງ,ຫຼັງຈາກການຮູ້້ກັນກັບພີ່ນ້ອງແລ້ວ,ຜູ້ເຖົ້າຈະສອນໃຫ້ຄູ່ແຕ່ງງານໃໝ່ວ່າຜູ້ອາວຸໂສແຕ່ລະຄົນຄວນເອີ້ນເພິ່ນວ່າຫຍັງ,ເພື່ອໃຫ້ເຂົາເຈົ້າໄດ້ຮູ້ຈັກກັບພີ່ນ້ອງໃນເຮືອນຢ່າງຈະແຈ້ງ.”

   

ນັກຂ່າວ WANG DAN

ຮູບພາບໂດຍ MENG ZHIGANG