ປະເພນີການແຕ່ງດອງຂອງຊົນເຜົ່າໄຕລື້ແຂວງຢຸນນານ

2018-05-10 16:01:40 |ມາຈາກ: Daguan Weekly

ທີ່ພູຈິ່ງໄມຂອງກິ່ງແຂວງປົກຄອງຕົນເອງລ່າຮູ້ເມືອງລ້ານຊ້າງນະຄອນພູເອີ,ການລົມຄວາມຮັກລະຫວ່າງບ່າວສາວເອີ້ນວ່າ“ລຽວສາວ”ຫຼື“ລຽນສາວ”,ໝາຍເຖິງຜູ້ບ່າວຈີນຊອກລົມສາວ.ການລົມຄວາມຮັກຂອງບ່າວສາວເຜົ່າໄຕລື້ທີ່ຈິ່ງໄມເປັນເສລີພາບ,ແຕ່ບໍ່ສາມາດລົມສາວໃນສະຖານທີ່ສາທາລະນະ,.ທຳມະດາແລ້ວ,ເມື່ອຮອດຕອນເດີກໆຄົນມິດງຽບແລ້ວ,ຜູ້ບ່າວຈິ່ງຄ່ອຍໆມາຂ້າງຄີໄຟຂອງເຮືອນຜູ້ສາວເພື່ອນັດພົບກັນ..

ການລົມສາວທີ່ຂ້າງຄີໄຟ

ທີ່ພູກິ່ງໄມ,ເມື່ອສາວເຜົ່າໄຕລື້ໃຫຍ່ຮອດອາຍຸ16ປີແລ້ວກໍນອນຄົນດຽວ,ແລະຢູ່ເທິງແປ້ນນອນຈະຈົ່ງຮູໄວ້ນ້ອຍໆພໍຫຼົມນິວມື,ອັນນີ້ແມ່ນພໍ່ແມ່ຈົ່ງໄວ້່ສະເພາະແຕ່ຍາມກໍ່ສ້າງເຮືອນ.ເມື່ອຮອດຕອນເດິກເດິກຄົນງຽບແລ້ວ,ຜູ້ບ່າວຈະເອົາຜ້າຫົ່ມທີ່ພໍ່ແມ່ກຽມໃຫ້ສະເພາະມາຄຸມຫົວ,ຍ່າງມາເຖິງກ້ອງລ່າງເຮືອນຂອງຜູ້ສາວຢ່າງມິດໆ,ແລະໃຊ້ກ້ານໄມ້ນ້ອຍໆກ້ານໜຶ່ງແຍ່ເຂົ້າໃນຮູເພື່ອປຸກຜູ້ສາວໃຫ້ຕື່ນຈາກນອນ.ແລະຜູ້ສາວອາດຈະຮູ້ຈັກຜູ້ທີ່ມາປຸກນັ້ນແມ່ນໃຜໂດຍສັງເກດຈາກສຽງ.ໃນເວລານີ້,ບໍ່ວ່າຜູ້ສາວຈະຮັກຜູ້ບ່າວຄົນນັ້ນຫຼືບໍ່ ກໍ່ລ້ວນແຕ່ຕ້ອງລຸກຂຶ້ນມາຕາມມາລະຍາດ,ພ້ອມທັງດັງໄຟໃນຄີໄຟຂຶ້ນ,ຫຼັງຈາກນັ້ນຈິ່ງເຊີນຜູ້ບ່່າວເຂົ້າມາແລະໃຫ້ລາວນັ່ງຢູ່ຂ້າງຄີໄຟ.

ຖ້າວ່າຜູ້ສາວມັກຮັກຜູ້ບ່າວຄົນນີ້,ຈະດັບແປວໄຟໄວ້ແລະຈົ່ງເຫຼືອໄວ້ແຕ່ຖ່ານແດງໆເທົ່ານັ້ນ,ແລະ ຍັງຕ້ອງຍ້າຍຕັ່ງມາຢູ່ຂ້າງຜູ້ບ່າວ,ຈິ່ງເລີ່ມຕົ້ນລົມກັນດ້ວຍສຽງເບົາໆ..

ຫຼັງຈາກຊ່ວງເວລາ ໜຶ່ງຜ່ານໄປ,ຖ້າປະກົດເຫັນວ່າສອງຄົນລົມກັນໄດ້ດີ,ສະນັ້ນ,“ຕອນເດິກຄີໄຟ”ຈະມາພົບກັນຕາມເວລານັດໝາຍໃນທຸກຄໍ່າຄືນ.ຖ້າຫາກລົມກັນຕໍ່ເນື່ອງໄດ້ສອງສາມປີແລ້ວ,ທັງສອງຝ່າຍໄດ້ກໍ່ຕັ້ງຄວາມຮັກອັນເລິກເຊິ່ງໜາແໜ້ນຕໍ່ກັນແລ້ວ.ເວລານີ້,ຜູ້ບ່າວຈະລອງຖາມຜູ້ສາວຢ່າງລະມັດລະວັງວ່າ,“ແຕ່ງດອງກັບຂ້ອຍບໍ່ ?”ແລະຜູ້ສາວຈະຕອບຄືນຢ່າງອາຍໆວ່າ,“ຄັນຊັ້ນ ເຈົ້າກໍໄປຖາມພໍ່ແມ່ຂ້ອຍສາ.”

ຖ້າໄດ້ຟັງປະໂຫຍກນີ້ແລ້ວ,ການຂໍສາວແຕ່ງດອງຂອງຜູ້ບ່າວສາມາດເວົ້າໄດ້ວ່າປະສົບຜົນສຳເລັດໄປເຄິ່ງໜຶ່ງແລ້ວ.
ກໍແມ່ນເວລາຕອນເດິກຄົນງຽບນັ້ນແຫຼະ,ຜູ້ບ່າວໄດ້ຄຸມຜ້າຫົ່ມມາແລ້ວ,ປຸກຜູ້ສາວໃຫ້ລຸກຂຶ້ນກ່ອນ,ທັງເຊີນພໍ່ແມ່ຂອງຜູ້ສາວອອກມາອີກ.ຜູ້ບ່າວແມ່ນຮູ້ສຶກກົດດັນຫຼາຍ,ແຕ່ກໍຈິງໃຈຫຼາຍ,ລາວຂໍຄວາມກະລຸນານຳພໍ່ແມ່ຂອງຜູ້ສາວອະນຸຍາດໃຫ້ລູກສາວແຕ່ງດອງກັບລາວ,ພໍ່ແມ່ຂອງຝ່າຍສາວກໍເຫັນດີດ້ວຍຄວາມເຕັມໃຈ.

ການສູ່ຂວັນ—“ບັດເຊີນຮ່ວມງານແຕ່ງດອງ”ຂອງເຜົ່າໄຕລື້

  

ກ່ອນວັນງານແຕ່ງດອງໜຶ່ງວັນ,ສອງຝ່າຍຊາຍຍິງຈະນຳໄກ່ໂຕມາຝ່າຍລະໜຶ່ງໂຕ(ຝ່າຍຜູ້ຊາຍແມ່ນໄກ່ແມ່,ຝ່າຍຍິງແມ່ນໄກ່ຜູ້),ເຫຼົ້າໜຶ່ງສ່ວນສີ່ລິດ,ເຂົ້າໜຶ່ງຖ້ວຍ,ເຂົ້າຟ່າງໜຶ່ງຖ້ວຍ,ທຽນເສັ້ນ4ຄູ່,ຊີ້ນໝູ2ຂີດ(ຊີ້ນໃຫ້ເອົາຄົບ9ສ່ວນຂອງໂຕໝູ)ເປັນເຄື່ອງເຊັນໄຫວ້,ສົ່ງໃຫ້ຜູ້ອາວຸໂສ,ຂໍໃຫ້ລາວຊ່ວຍເຊັນໄຫວ້ເຈົ້າກົກເຈົ້າເຫຼົ່າແລະຂໍໃຫ້ເຈົ້າກົກເຈົ້າເຫຼົ່າປົກປ້ອງຄຸ້ມຄອງງານແຕ່ງດອງຂອງເຂົາເຈົ້າມີຄວາມສຸກ ແລະ ສຳເລັດຢ່າງຈົບງາມ.

    

ຮອດຕອນເຊົ້າຂອງວັນແຕ່ງດອງ,ບ້ານຝ່າຍເຈົ້າບ່າວຈະເຊີນຜູ້ບ່າວຈຳນວນ10ກວ່າຄົນສົ່ງຂອງຊຳລ້ວຍໃຫ້ແກ່ຝ່າຍເຈົ້າສາວ,ຍັງເຊີນອຳນາດການປົກຄອງບ້ານແລະເຖົ້າແກ່ແນວໂຮມຈຳນວນໜຶ່ງເດີນທາງໄປຢັ້ງຢືນການແຕ່ງງານທີ່ເຮືອນຂອງເຈົ້າສາວ.ຫຼັງຈາກເຂົ້າເຮືອນແລ້ວ,ຄູ່ສ້າງຄອບຄົວໃໝ່ຈະດຳເນີນພິທີຜູກແຂນໂດຍມີຜູ້ເຖົ້າເປັນໝໍພອນ.ພິທີການສູ່ຂວັນສ່ວນຫຼາຍແມ່ນຜູ້ເຖົ້າເປັນໝໍພອນ,ຜູ້ເຖົ້າຜູ້ແກ່ໃຫ້ຄຳອວຍພອນຕ່າງໆ,ເຈົ້າບ່າວເຈົ້າສາວນັ່ງຄູ້ເຄົ່າຢູ່ຕໍ່ໜ້າຂອງພໍ່ແມ່ຂອງເຈົ້າສາວ,ຮັບຄຳອວຍພອນຂອງຜູ້ອາວຸໂສ—ຜູກແຂນ.

ຢູ່ໃນສາຍຕາຂອງຊາວເຜົ່າໄຕລື້,ມີແຕ່ໄດ້ເຮັດການສູ່ຂວັນແລ້ວຈຶ່ງສະແດງວ່າສອງຄົນໄດ້ແຕ່ງງານເປັນຜົວແລະເມຍກັນຢ່າງເປັນທາງການ.“ການສູ່ຂວັນ,ເໝືອນດັ່ງໄດ້ລົງທະບຽນຢູ່ກົມການປົກຄອງ.”ມີຄົນເຄີຍເວົ້າວ່າ,ຄວາມນັບຖືຕໍ່ການສູ່ຂວັນຂອງຊາວເຜົ່າໄຕລື້ນັ້ນແມ່ນບໍ່ໜ້ອຍກວ່າການໄປຂໍອວຍພອນຢູ່ສະຖານທີ່ສັກສິດແລະວັດ.ເສັ້ນຂາວທີ່ໄດ້ຜູກໃນມື້ແຕ່ງດອງຂອງເຈົ້າບ່າວແລະເຈົ້າສາວ,ໄດ້ມັດຢູ່ຂໍ້ມືຂອງເຈົ້າບ່າວເຈົ້າສາວ,ເສັ້ນຂາວທີ່ເຄີຍໄດ້ຮັບຄຳອວຍພອນຢ່າງຫຼວງຫຼາຍຈະຖືກຮັກສາໄວ້3-7ມື້ຫຼັງຈາກແລ້ວງານແຕ່ງດອງ,ຈຶ່ງຈະແກ້ອອກ ແລະຈະຖືກຮັກສາໄວ້ເປັນຢ່າງດີ.

ນັກຂ່າວ YANG XIUJIE

ຮູບພາບໂດຍ LUO WEIQI