ປະເພນີຂອງຊົນເຜົ່າອ່າຊາງແຂວງຢຸນນານ

2018-05-11 16:45:26 |ມາຈາກ: Daguan Weekly

ໃນວັນແຕ່ງງານຂອງຊົນເຜົ່າອ່າຊາງແຂວງຢຸນນານ,ພີ່ນ້ອງແລະໝູ່ເພື່ອນຂອງຝ່າຍເຈົ້າສາວຈະຈັດຕັ້ງ“ຂໍ້ຂັດຂວາງ”ຕ່າງໆເພື່ອສ້າງຄວາມຍາກລໍາບາກຕໍ່ເຈົ້າບ່າວ.ໃນວິທີຕ່າງໆຂອງ“ຢອກຫຼິ້ນເຈົ້າບ່າວ”ນັ້ນ,“ການຢອກເຈົ້າບ່າວດ້ວຍໄມ້ທູ່ຍາວ”ສາມາດເວົ້າໄດ້ວ່າເປັນສິ່ງທີ່ມ່ວນຊື່ນທີ່ສຸດ.ຢູ່ໃນເຮືອນຂອງເຈົ້າສາວ,ຢູ່ເທິງໂຕະຍາວຈະເຕັມໄປດ້ວຍອາຫານທີ່ເປັນຕາແຊບ,ເຈົ້າບ່າວຕ້ອງຍົກ“ໄມ້ທູ່ອັນຍາວໆ” ທີ່ມີຄວາມຍາວ 3 ກວ່າແມັດໃຫ້ສູງຂຶ້ນ,ພະຍາຍາມຄີບອາຫານສົ່ງໃຫ້ຮອດຖ້ວຍຂອງບັນດາພີ່ນ້ອງ.ຫຼັງຈາກທີ່ຄີບໄປມາຫລາຍຄັ້ງແລ້ວ,ແຂນຂາຂອງເຈົ້າບ່າວກໍທັງປວດທັງເມື່ອຍ,ຕົນໂຕເຫື່ອໄຫຼໄຄຍ້ອຍແລະກະວົນກະວາຍນັ້ນໄດ້ພາໃຫ້ທຸກຄົນຫົວຂຶ້ນຢ່າງດັງ.

ຊອກຫາຄູ່ຮັກດ້ວຍການຮ້ອງເພງຮັກ

ທີ່ເມືອງຫຼົງຫຼິງນະຄອນປາວຊານ,ມີກຸ່ມບ້ານດັ້ງເດີມທີ່ຊົນເຜົ່າອ່າຊາງໄດ້ເຕົ້າໂຮມກັນເປັນບ້ານທີ່ມີຊື່ວ່າ ບ້ານມາງຕ້ານຕາແສງຫຼົງຊານ.

ຄູ່ຮັກຊາວພື້ນເມືອງສ່ວນຫຼາຍແມ່ນຮູ້ຈັກກັນດ້ວຍການໄປຍ່າງເລາະຕະຫຼາດ,“ເມື່ອຕອນທີ່ເລີ່ມຄົບກັນໃຫມ່ໆ, ຂ້ອຍມັກໄປນອກປະຕູເຮືອນຂອງລາວເລື້ອຍໆເພື່ອຮ້ອງເພງ,ແລະສະແດງຄວາມຮັກຂອງຕົນດ້ວຍການຮ້ອງເພງ.”ທ່ານຈ້າວເຊີ້ຊິງເວົ້າວ່າ.ໃນສະໄໝທີ່ການສື່ສານບໍ່ທັນໄດ້ພັດທະນາປານໃດ,ບໍ່ມີເຄື່ອງສື່ສານອັນທັນສະໄໝ,ການແລກປ່ຽນຄວາມຮູ້ສຶກປະຈຳວັນແລະການສະແດງຄວາມຮັກລະຫວ່າງບ່າວສາວ,ສ່ວນຫຼາຍແມ່ນສົ່ງຕໍ່ດ້ວຍເພງ.ກໍຄືເພງຮັກ“ນ້ອງສາວເປັນຖ່ານອ້າຍເປັນໄຟ,ຖ້າມີນ້ອງຈຳເປັນຕ້ອງມີອ້າຍ;ບໍ່ຕ້ອງເວົ້າວ່າຄີໄຟມີຂີ້ຝຸ່ນປົກໜາ,ຖ້າເປົ່າຖ່ານໃຫ້ແດງແລ້ວກໍເຫັນອ້າຍໂລດ”ເຫຼົ່ານີ້,ທ່ານຈ້າວເຊີ້ຊິງສາມາດຮ້ອງອອກມາໂລດ,ສຽງໂດ່ງດັງແລະຟັງແລ້ວຮູ້ສຶກວ່າມ່ວນຫຼາຍ.

ການຢອກເຈົ້າບ່າວດ້ວຍໄມ້ທູ່ຍາວ

ໃນວັນແຕ່ງງານ,ຢູ່ໃນໃຈກາງເດີ່ນບ້ານຂອງເຈົ້າສາວຈະຈັດໂຕະຍາວຂຶ້ນ,ແລະຈະຈັດອາຫານທີ່ເປັນເອກະລັກເຊັ່ນ:ຂົ້ວຊີ້ນໝູ,ປາປິ້ງແລະເຫຼົ້າເຂົ້າເປັນຕົ້ນ,ເຊິ່ງເບິ່ງເປັນຕາແຊບຫຼາຍ.ພາຍຫຼັງນັ່ງຮຽບຮ້ອຍແລ້ວ,“ການທັກທາຍ” ກໍເລີ່ມຂຶ້ນ,ການຢອກເຈົ້າບ່າວດ້ວຍໄມ້ທູ່ຍາວ, ການສະແດງອັນສຳຄັນໃນງານແຕ່ງດອງຂອງເຜົ່າອ່າຊາງຈະເລີ່ມຂຶ້ນແລ້ວ.

ທ່ານຈ້າວເຊີຊິງຫາກໍ່ນັ່ງຮຽບຮ້ອຍ,ພີ່ນ້ອງຂອງຝ່າຍເຈົ້າສາວກໍໄດ້ຍ້າຍໄມ້ທູ່ທີ່ເຮັດດ້ວຍໄມ້ໄຜ່ມາ,ຄວາມຍາວຂອງມັນປະມານ3ແມັດ,ທາງກາງແມ່ນພັນດ້ວຍເຈ້ຍສີແດງ,ທຸກຄົນເບິ່ງມີຄວາມສຸກຫຼາຍ.ນອກຈາກນີ້ແລ້ວ,ຍັງມີສາລີ ໝາກແຕງ ໄຂ່ໄກ່ແລະອື່ນໆໄດ້ຫ້ອຍຢູ່ເທິງໄມ້ທູ່,ສະນັ້ນ,ນໍ້າໜັກຂອງ ໄມ້ທູ່ແຕ່ລະຄູ່ໜັກເຖິງ15ກິໂລ.ເຈົ້າບ່າວຕ້ອງໃຊ້ໄມ້ທູ່ຄູ່ນີ້ມາຄີບອາຫານເທິງໂຕະໃສ່ເຂົ້າໃນຖ້ວຍຂອງພີ່ນ້ອງເຈົ້າສາວ.ເພື່ອຫຼຸດຄວາມກົດດັນລົງ,ເຈົ້າບ່າວສ່ວນຫຼາຍໄດ້ກຽມກະເປົາເງິນໂຊກລາບໃຫ້ແກ່ພີ່ນ້ອງເຫຼົ່ານັ້ນ,ເຊິ່ງແບບນີ້ຈະສາມາດເອົາເຄື່ອງທີ່ຫ້ອຍເທິງໄມ້ທູ່ອອກໄດ້.

ຖ້າເຈົ້າບ່າວຫລິ້ນໄດ້ດີ, ຈະໄດ້ຮັບການຍອມຮັບແລະການຍ້ອງຍໍຈາກພໍ່ແມ່ເຈົ້າສາວ.

ນັກຂ່າວ DUAN JIANXIN