ປະເພນີການແຕ່ງດອງຂອງຊົນເຜົ່າປາຍແຂວງຢຸນນານ

2018-05-15 17:31:14 |ມາຈາກ: Daguan Weekly

ການຊ່ວຍເຫຼືອເຊິ່ງກັນແລະກັນ,ໄດ້ເກີດມີຄວາມຮູ້ສຶກຢ່າງໃກ້ຊິດ

ປະເພນີຂອງຊົນເຜົ່າປາຍແຂວງຢຸນນານມີເອກະລັກຂອງສະເພາະຕົນ.ໃນວັນຈັດການແຕ່ງດອງ,ຄອບຄົວທີ່ຈັດງານແຕ່ງດອງນັ້ນຈະຕື່ນແຕ່ເຊົ້າແລະກະກຽມວຽກງານຕ່າງໆ,ສ່ວນເຈົ້າສາວແມ່ນໄປແຕ່ງໜ້າ.ທຸກເທື່ອທີ່ມີຄົນແຕ່ງດອງ,ຊາວບ້ານແຕ່ລະຄອບຄົວຈະແຕ່ງຄົນໃນຄອບຄົວຕົນໜຶ່ງຄົນມາຊ່ວຍເຮັດວຽກເຊິ່ງກັນແລະກັນ,ອັນນີ້ຖືກເອີ້ນວ່າ“ແລກປ່ຽນກຳລັງການອອກແຮງງານ,ຊ່ວຍເຫຼືອພີ່ນ້ອງເຊິ່ງກັນແລະກັນ”.

ກ່ອນເຈົ້າສາວກັບມາ,ຄະນະດົນຕີກໍໄດ້ເສບດົນຕີຂື້ນຢ່າງມ່ວນຊື່ນ,ຄຽງຄູ່ກັບການຟັງດົນຕີອັນມ່ວນໆ,ອາຫານທີ່ແຊບໆກໍໄດ້ແຕ່ງອອກມາແລ້ວ.ເປີດຝາໝໍຂຶ້ນ,ເບິ່ງລະອຽດແລ້ວສາມາດສັງເກດເຫັນວ່າ,ເຂົ້າໜົມນີ້ແມ່ນແຕກຕ່າງກັນກັບເຂົ້າໜົມທີ່ພວກເຮົາເຄີຍໄດ້ເຫັນ.ຢູ່ເທິງເຂົ້າໜົມທີ່ເປັນສີເຫຼືອງອ່ອນ,ມີການຕົບແຕ່ງສີແດງອ່ອນສອງຊັ້ນ,ຕັດເອົາກ້ອນໜຶ່ງແລະສົ່ງເຂົ້າໃນປາກ,ທ່ານສາມາດຮັບຮູ້ເຖິງລົດຊາດທີ່ຫວານກວ່າເຂົ້າໜົມທົ່ວໄປ.ເຂົ້າໜົມນີ້ເປັນເຂົ້າໜົມທີ່ມີສີສັນພິເສດຂອງເມືອງເອີຢວນ,ວັດຖຸດິບແມ່ນມັນຝະຣັງ.ຫຼັງຈາກເຮັດເຂົ້າໜົມມັນຝະຣັງໄດ້ສຳເລັດແລ້ວ,ຖ່າງຢວນ(Tangyuan,ເຂົ້າໜົມຊະນິດໜຶ່ງ,ເຮັດດ້ວຍແປ້ງເຂົ້າໜຽວ)ທີ່ແຕ່ງດ້ວຍເຫຼົ້າຂາວລົດຊາດຫວານກໍໄດ້ຖືກຈັດຂື້ນໂຕະແລ້ວ.ໝົດທຸກຄົນກຳລັງກິນເຂົ້າໜົມແລະດື່ມຖ່າງຢວນ,ລໍຖ້າເຈົ້າສາວກັບມາ.

ເຈົ້າສາວຫາກໍ່ຮອດປະຕູເຮືອນ,ກໍມີອ້າຍຄົນໜຶ່ງໄດ້ຖືທູບຫອມມັດໜຶ່ງແລະຍ່າງອ້ອມຮອບເປັນວົງໃນສາຍຕາຂອງເຈົ້າບ່າວ,ຍັງບໍ່ທັນໄດ້ລໍຖ້າເຂົາທັງສອງຜ່ານພະເຈົ້າເຂົ້າມາ,ອ້າຍຜູ້ນັ້ນກໍໄດ້ເອົາເຂົ້າສານມາຫວ່ານໃສ່ໜ້າຂອງລາວແລ້ວ.ໂດຍຮັບຮູ້ວ່າ,ພິທີນີ້ເອີ້ນເປັນ“ເຜົາຄີ້ວຕາ,ຫວ່ານເຂົ້າສານ”,ໝາຍເຖິງ“ຂໍຄວາມສຸກຈາກຄີ້ວຕາ,ມີໂຊກລາບອັນໃຫຍ່ຫຼວງ,ມີລູກເຕັມບ້ານມີຫຼານເຕັມເມືອງ”.

ມາເຖິງຂັ້ນຕອນກາບໄຫວ້ຜູ້ອະວຸໂສທີ່ຫ້ອງຮັບແຂກ,ເຈົ້າບ່າວແລະເຈົ້າສາວຕ້ອງກາບໄຫວ້ບັນດາຜູ້ອະວຸໂສທັງໝົດ.ເປັນການຕອບຄືນ,ບັນດາຜູ້ອະວຸໂສຈະສົ່ງຄຳອວຍພອນແລະມອບເງິນຫົງເປົາໃຫ້ເຂົາເຈົ້າ.ຍ້ອນວ່າແມ່ນຢູ່ບ້ານເກີດເມືອງນອນຂອງຕົນຈຶ່ງມີຍາດພີ່ນ້ອງຫຼາຍ,ສະນັ້ນ ຂັ້ນຕອນນີ້ອາດຈະໃຊ້ເວລາທັງໝົດຕອນບ່າຍ.

ປະເພນີທີ່ແຕກຕ່າງກັນ

ຢູ່ນະຄອນຕ້າຫຼີ,ຊົນເຜົ່າປາຍແມ່ນແຜ່ກະຈ່າຍຢູ່ກວ້າງຂວາງ,ປະເພນີການແຕ່ງດອງຂອງແຕ່ລະບ່ອນຈະມີຄວາມແຕກຕ່າງກັນ.ຕົວຢ່າງວ່າ,ຢູ່ບາງບ້ານຂອງເມືອງຈ້ຽນສວນ ເມືອງສີໂຈ່ວ,ເມື່ອຄະນະຕ້ອນຮັບເຈົ້າສາວມາເຖິງຕໍ່ໜ້າປະຕູເຮືອນຂອງເຈົ້າບ່າວແລ້ວ,ເຈົ້າສາວຍັງຖືກເຈ່ຍເທິງຫຼັງອ້າຍຫຼືນ້ອງຊາຍຂອງເຈົ້າສາວ,ແລະແລ່ນເຂົ້າຫ້ອງນອນຂອງເຈົ້າບ່າວເຈົ້າສາວຢ່າງໄວໆ.

ຕາມປະເພນີຂອງຊົນເຜົ່າປາຍ,ຫຼັງຈາກເຈົ້າສາວມາເຖິງເຮືອນຂອງເຈົ້າບ່າວແລ້ວ,ພວກເດັກນ້ອຍແມ່ນຢາກ“ຈັດການ”ທີ່ສຸດ.ເຂົາເຈົ້າສ່ວນຫຼາຍແລ່ນເຕົ້າໂຮມກັນແລະອ້ອມເຈົ້າສາວ,ທັງຫວ່ານເຂົ້າສານສູ່ເຈົ້າສາວທັງເອົາມືໄປບິດເຈົ້າສາວ.ການປະພຶດເຫຼົ່ານີ້ເພື່ອຂໍຄວາມສຸກ.ເຖິງແມ່ນວ່າເຈົ້າສາວຖືກບິດໃຫ້້ເຈັບ,ແຕ່ເຈົ້າສາວກໍບໍ່ຄຽດໃຫ້ເຂົາເຈົ້າ.ເພາະວ່າເຈົ້າສາວກໍໄດ້ມີການກະກຽມມາແລ້ວ,ໃນທີ່ນີ້,ລາວຈະເອົາມີດອອກມາເພື່ອ“ປົກປ້ອງຕົນເອງ”.ເດັກນ້ອຍຢ້ານແລ້ວຈຶ່ງຈະບໍ່ກ້າຍ່າງເຂົ້າມາສູ້ຕື່ມອີກ.ກໍມີເຂດເຜົ່າປາຍບາງເຂດ,ເມື່ອຄະນະຕ້ອນຮັບເຈົ້າສາວຫາກໍ່ເຂົ້າເຮືອນ,ເຈົ້າບ່າວແລະເຈົ້າສາວກໍແຂ່ງຂັນກັນແລ່ນເຂົ້າໃນຫ້ອງນອນເພື່ອຍາດເອົາໝອນ,ຖ້າຜູ້ໃດຍາດໄດ້ໝອນກ່ອນ,ຝ່າຍນັ້ນຈະເປັນເຈົ້າຂອງເຮືອນໃນອະນາຄົດ.

ນັກຂ່າວ LIU JIATONG

ຮູບພາບໂດຍ LIU JIATONG