ປະເພນີການແຕ່ງດອງຂອງຊົນເຜົ່ານ້າຊີແຂວງຢຸນນານ

2018-05-17 16:28:43 |ມາຈາກ: Daguan Weekly

ປະເພນີການແຕ່ງດອງຂອງຊົນເຜົ່ານ້າຊີແຂວງຢຸນນານເປັນປະເພນີທີ່ມີສີສັນພິເສດຂອງເຜົ່ານ້າຊີ,ໃນນັ້ນມີປະເພນີຢ່າງໜຶ່ງໄດ້ເປັນປະເພນີອັນສຳຄັນທີ່ສຸດໃນການແຕ່ງດອງ,ເຊິ່ງນັ້ນກໍແມ່ນການແຂ່ງຂັນຮ້ອງເພງ,ມີແຕ່ຮ້ອງໃຫ້ຖືກເທົ່ານັ້ນຈຶ່ງອະນຸຍາດໃຫ້ເປີດປະຕູໄດ້.

ງານລ້ຽງແຫ່ງການຟ້ອນລຳທຳເພງ

ກ່ອນໜຶ່ງມື້ຂອງການຈັດງານແຕ່ງດອງເຜົ່ານ້າຊີ,ເຈົ້າບ່າວກໍນຳພາຂະບວນຕ້ອນຮັບເຈົ້າສາວທີ່ຍາວໆມາເຖິງໜ້າເຮຶອນຂອງເຈົ້າສາວ,ສ່ວນປະຕູເຮືອນຂອງເຈົ້າສາວແມ່ນບໍ່ສາມາດເປີດໄດ້ງ່າຍ.ເຈົ້າບ່າວເຫັນແລ້ວກໍບໍ່ຈຳເປັນຕ້ອງຟ້່າວຟັ່ງ,ເຊິ່ງຈະເຊີນໃຫ້ແມ່ສື່ມາແກ້ໄຂບັນຫານີ້.

ແມ່ສື່ຂອງເຜົ່ານ້າຊີເປັນຄົນເກັ່ງແລະສະຫຼາດ,ນອກຈາກເວົ້າເປັນແມ່ສື່ແລ້ວ,ຍັງມີຄວາມສາມາດໃນການຮ້ອງເພງໂຕ້ຕອບໄປມາ,ເພງທີ່ຮ້ອງຈຳເປັນຕ້ອງແມ່ນເພງບູຮານຂອງເຜົ່ານ້າຊີ.ພຽງແຕ່ຟັງແມ່ສື່ທີ່ເຈົ້າບ່າວເຊື້ອເຊີນມາແລະຕົງປາທີ່ເຈົ້າສາວເຊີນມາແຂ່ງຂັນກັນຮ້ອງເພງທີ່ປະຕູສອງຝ່າຍ,ພີ່ນ້ອງສອງຝ່າຍກໍໄດ້ຫົວຂຶ້ນມາຢ່າງຟົດຟື້ນມ່ວນຊື່ນ.ຊາວເຜົ່ານ້າຊີໄດ້ບອກໃຫ້ພວກເຮົາຮູ້ວ່າ,ມີແຕ່ຮ້ອງໃຫ້ເນື້ອເພງຖືກຕ້ອງເທົ່ານັ້ນຈຶ່ງສາມາດໃຫ້ຝ່າຍເຈົ້າບ່າວເຂົ້າປະຕູ.

    

ຫຼັງຈາກເຈົ້າບ່າວໄດ້ຍ່າງເຂົ້າປະຕູແລ້ວ,ຂະບວນຕ້ອນຮັບເຈົ້າສາວກໍຮີບເອົາຂອງຂວັນທີ່ຈະມອບໃຫ້ເຈົ້າສາວວາງໄວ້ໃນເດີ່ນບ້ານ,ພາຍຫຼັງຝ່າຍເຈົ້າສາວພໍໃຈແລ້ວຈຶ່ງສາມາດຍ້າຍເຂົ້າໄວ້ໃນຫ້ອງເກັບເຄື່ອງ.“ເມື່ອຮອດເວລານີ້ກໍສາມາດໄປນັ່ງແຄມຄີໄຟເຮືອນເຈົ້າສາວເພື່ອດື່ມເຫຼົ້າໄດ້ແລ້ວ.”ແຕ່ວ່າການດື່ມເຫຼົ້ານີ້ກໍບໍ່ສາມາດຫ່າງຈາກການແຂ່ງຂັນຮ້ອງເພງໄດ້,ຊາວເຜົ່ານ້າຊີເວົ້າວ່າ:“ຕ້ອງໃສ່ໃບຕົ້ນແປກເຂົ້າໃນເຫຼົ້າ,ຄົນເຜົ່ານ້າຊີເອີ້ນມັນເປັນ‘ເຫຼົ້າມີພິດ’,ເຊິ່ງບໍ່ໝາຍຄວາມວ່າເຫຼົ້ານີ້ມີພິດແທ້ໆ,ແຕ່ໝາຍເຖິງເຫຼົ້ານີ້ບໍ່ສາມາດດື່ມໄດ້ຕາມໃຈ,ຖ້າດື່ມແລ້ວ,ລູກສາວກໍຈຳເປັນຕ້ອງແຕ່ງກັບເຈົ້າບ່າວແລ້ວ,ຖ້າສອງຄົນແຕ່ງກັນແລ້ວຈະບໍ່ສາມາດກິນແໜງແລະຕ້ອງຮັກສາສັນຍາພາຍຫຼັງໃດ໋!”

  

ໃນເວລານີ້ເຈົ້າບ່າວເຈົ້າສາວຍ່າງເຂົ້າກາງເດີ່ນບ້ານ,ຕົງປາເລີ່ມສວດມົນ,ບັນຍາກາດສັກສິດສູງສົ່ງຫຼາຍ,ພ້ອມກັນນັ້ນຍັງເອົາເສັ້ນສີແດງມາມັດມືຂອງເຈົ້າບ່າວເຈົ້າສາວຢູ່ນຳກັນ,ອັນນີ້ໝາຍເຖິງໄດ້ມັດດວງວິນຍານສອງຄົນໃຫ້ຢູ່ນຳກັນ,ບໍ່ສາມາດຫ່າງຈາກກັນຕະຫຼອດຊີວິດ.ສຸດທ້າຍ,ຕົ່ງປາຂຽນຊື່ເຈົ້າບ່າວເຈົ້າສາວຢູ່ເທິງເຈ້ຍ
ຕົ່ງປາແລະມອບ“ໃບທະບຽນສົມລົດ”ຂອງເຜົ່ານ້າຊີໃຫ້ທັງສອງຄົນ.ໃນເວລານີ້,ພວກຜູ້ບ່າວແລະຜູ້ສາວເຜົ່ານ້າຊີແລ່ນເຂົ້າໃນເດີ່ນບ້ານແລະເລີ່ມການຟ້ອນລຳທຳເພງອ້ອມເຈົ້າບ່າວເຈົ້າສາວ,ບັນຍາກາດຟົດຟື້ນອີ່ຫຼີ.

  

  ມາຮອດຕອນເຊົ້າຂອງມື້ທີ່ສອງ,ແມ່ເຈົ້າສາວຕ້ອງເຮັດເຂົ້າໜົມໃຫ້ແກ່ເຈົ້າສາວ,ບັນດາພີ່ນ້ອງກໍສົ່ງມອບຂອງຂວັນໃຫ້ແກ່ເຈົ້າສາວ,ເຊິ່ງຄູ່ສົມລົດໃໝ່ນີ້ກໍຈະເດີນທາງໄປເຮືອນເຈົ້າບ່າວແລະກະກຽມງານລ້ຽງ.

  

  ຖ້າວ່າການຕ້ອນຮັບເຈົ້າສາວເປັນໄປຢ່າງສະດວກ,ຈາກນັ້ນປະເພນີການແຕ່ງດອງຂອງຝ່າຍບ້ານເຈົ້າສາວກໍໄດ້ຢຸດລົງແລ້ວ.ຕໍ່ມາ,ນ້າສາວ ປ້າລຸງ ອາວອາຂອງເຈົ້າສາວຕ້ອງໃຫ້ຄົນໜຶ່ງອອກໄປສົ່ງເຈົ້າສາວໄປເຖິງເຮືອນຂອງເຈົ້າບ່າວ.

ໃນມື້ທີ່ສອງຫລັງຈາກທີ່ການແຕ່ງດອງສິ້ນສຸດລົງ,ພີ່ນ້ອງ ໝູ່ເພື່ອນຂອງເຈົ້າສາວຈຳເປັນຕ້ອງໄປຮອດເຮືອນພໍ່ແມ່ຂອງເຈົ້າສາວກ່ອນ,ຈາກນັ້ນເຈົ້າບ່າວຈຶ່ງຈະສົ່ງເຈົ້າສາວ“ກັບບ້ານ”ອີກເທື່ອໜຶ່ງ,ພາພໍ່ແມ່ຂອງເຈົ້າສາວມາເຮືອນຂອງເຈົ້າບ່າວ.ຍາມນີ້,ພໍ່ແມ່ຂອງຝ່າຍເຈົ້າບ່າວເຈົ້າສາວຈຶ່ງສາມາດພົບໜ້າກັນ.ສຳລັບເວລາການຈັດງານແຕ່ງດອງຂອງເຜົ່ານ້າຊີຈະຈັດຂຶ້ນຈັກມື້ນັ້ນ,ແມ່ນຂຶ້ນກັບຄວາມຈິງໃຈແລະຄວາມສາມາດຂອງທັງສອງຝ່າຍ.

ນັກຂ່າວ LIU JIATONG

ຮູບພາບໂດຍ LIU JIATONG