ພິທີຕ້ອນຮັບອາເຊື້ອວົງກະສັດຂອງເມືອງກວາງນານແຂວງຢຸນນານ

2018-05-23 16:39:06 |ມາຈາກ: Yunnan Gateway

ເມືອງອ່ານຮ້ວາຂອງລາດຊະວົງໝິງໃນແຕ່ລະປີ.ໃນວັນທີ 22 ເດືອນພຶດສະພາ,ພິທີ“ການຕ້ອນຮັບອາເຊື້ອວົງກະສັດ”ທີ່ມີປະຫວັດສາດຍາວນານເຖິງ 366 ປີໄດ້ຈັດຂຶ້ນຢູ່ບ້ານທ້າຍຜິງຈາຍເມືອງກວາງນານກິ່ງແຂວງປົກຄອງຕົນເອງໂດຍເຜົ່າຈ້ວງແລະເຜົ່າມົ້ງເວີນຊານແຂວງຢຸນນານ,ຄະນະຕ້ອນຮັບອາເຊື້ອວົງກະສັດທີ່ປະກອບດ້ວຍໝື່ນກວ່າຄົນທີ່ມາຈາກແຕ່ລະເມືອງຂອງແຂວງກວາງຊີແລະກິ່ງແຂວງເວີນຊານ,ເຂົາເຈົ້າທັງຮ້ອງເພງທັງຟ້ອນລຳໃນກິດຈະກຳ.

ພິທີການຕ້ອນຮັບອາເຊື້ອວົງກະສັດເປັນກິດຈະກຳສັງເວີຍອັນເປັນມູນເຊື້ອທີ່ຊາວເຜົ່າຈ້ວງຂອງບ້ານນີ້ຈັດຂຶ້ນມາເພື່ອລະລຶກອາເຊື້ອວົງກະສັດເມືອງອ່ານຮ້ວາ ເຊິ່ງເປັນນ້ອງສາວທ້ອງແມ່ດຽວກັນຂອງກະສັດສະໄໝຢົງລີ້ໃນລາດຊະວົງໝິງ ໂຈ່ເຢົາຫຼາງ,ເຊິ່ງໄດ້ມີປະຫວັດສາດ 366 ປີມາເຖິງປັດຈຸບັນແລ້ວ,ເນື້ອໃນຕົ້ນຕໍຂອງກິດຈະກຳດັ່ງກ່າວປະກອບມີພິທີສັງເວີຍຂຸມຝັງສົບຂອງອາເຊື້ອວົງກະສັດແລະພິທີການຕ້ອນຮັບອາເຊື້ອວົງກະສັດ.