ປະ​ຊາ​ຊົນ​ເຜົ່າ​ຈ​ວ້ງເສື້ອ​ສີ​ຟ້າ​ຂອງ​ເມືອງ​ປິ່ນ​ຢາງ​ເຂດກວາງ​ຊີ​ຫຼິ້ນ​ບຸນ​ຊູ່​ເຟີງ

2018-05-24 16:26:05 |ມາຈາກ: CRI

ວັນ​ທີ 22 ພຶດ​ສະ​ພາ​ນີ້, ຢູ່​ຕາ​ແສງລູ້​ຊູ່​ເມືອງ​ປິ່ນ​ຢາງ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ​ວ້ງກວາງ​ຊີ​ຈີນ, ນັກ​ສະ​ແດງ​ພວມ​ສະ​ແດງ​ລະ​ຄອນ​​ເພງ "ເສື້ອ​ສີ​ຟ້າ​ທີ່​ສວຍ​ງາມ​ທີ່​ສຸດ". ໃນ​ມື້​ດັ່ງ​ກ່າວ, ຊາວ​ເຜົ່າ​ຈ​ວ້ງ​ເສື້ອ​ສີ​ຟ້າ​,ຊາວ​ບ້ານ​​ບັນ​ດາ​ຊົນ​ເຜົ່າແລະນັກ​ທ່ອງ​ທ່ຽວ​ຢູ່​ບ້ານ​ລູ້​ຊູ່​ໄດ້​ຮ່ວມ​ກັນ​ຮ້ອງ​ເພງ​ແລະ​ຟ້ອນ​ລຳ,ເພື່ອ​ສະ​ຫຼອງ​ບຸນ​ຊູ່​ເຟີງ. ບຸນ​ຊູ່​ເຟີງ​ໄດ້​ຈັດ​ຂຶ້ນມື້​ຂຶ້ນ 8 ຄ່ຳ​ເດືອນ 4 ຕາມ​ຈັນ​ທະ​ຄະ​ຕິ​ຂອງ​ຈີນທຸກໆ​ປີ,ແມ່ນ​ບຸນ​ປະ​ເພ​ນີ​ຂອງ​​ເຜົ່າ​ຈ​ວ້ງ​ເສື້ອ​ສີ​ຟ້າ​,ປີ 2014 ໄດ້​ຮັບ​ການ​ຄັດ​ເລືອກໃຫ້​ເປັນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ບໍ່​ແມ່ນ​ວັດ​ຖຸ​ລະ​ດັບ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ​ວ້ງກວາງ​ຊີ.