ພົບ​ລາຊະ​ໂອງການສີລາຊະວົງ​ໝິງຢູ່​ແຂວງ​ເຫີ​ເປີ​ຍ

2018-05-25 16:56:24 |ມາຈາກ: CRI

​ໃນ​ຂະນະ​ທີ່​ກວດກາ​ວັດຖຸບູຮານ​ຫວ່າງ​ມໍ່ໆ​ມາ​ນີ້, ອົງການ​ອະນຸລັກ​ວັດຖຸບູຮານ​ເມືອງ​ໜານ​ກົ່ງ ​ແຂວງ​ເຫີ​ເປີ​ຍ ​ໄດ້​ພົບ​ລາຊະ​ໂອງການ​​ສະ​ໄໝລາຊະການ​ເສິງ​ຮວ້າ ລາຊະວົງ​ໝິງ ສະບັບ​ໜຶ່ງ​​ໃນ​ຄອບຄົວຂອງ​ຕະກຸນ​ປາຍ ຢູ່​ຕາ​ແສງ​ຈືຈົງ ​ເມືອງ​ດັ່ງກ່າວ ​ເຖິງ​​ແມ່ນວ່າ​ລາຊະ​ໂອງການ​ສະບັບ​ນີ້​ໄດ້​ຜ່ານ​ການເວລາ​ມາ​ຕັ້ງ 500 ກວ່າ​ປີ​ແລ້ວ​ກໍ​ຕາມ ​ແຕ່​ກໍ​ຍັງ​ສາມາດ​ຮັກສາ​ໄດ້​ດີ​ສົມຄວນ. ນັກວິຊາການ​ກ່າວ​ວ່າ: ລາຊະ​ໂອງການ​ສະບັບ​ນີ້​ລ້ຳ​ຄ່າຫຼາຍ ມັນ​ໄດ້​ບັນທຶກ​ເຫດການ​ປະຫວັດສາດ​ທີ່​ເກີດ​ຂຶ້ນໃນ​ສະ​ໄໝ​ນັ້ນ ​ເຊິ່ງ​ເປັນ​ຂໍ້​ມູນ​ປະກອບ​ການຄົ້ນຄວ້າ​ລະບຽບຂ້າລາຊະການ ​ແລະ ສັງຄົມ-ວັດທະນະທຳ​ຂອງ​ລາຊະວົງ​ໝິງ ຈຶ່ງ​ມີ​ຄຸນຄ່າ​ສູງ​ໃນ​ການຄົ້ນຄວ້າ​ປະຫວັດສາດ ​ແລະ​ວັດທະນະທຳ​ຈີນ.