ນະ​ຄອນ​ຊິງ​ຕາວ​ຕົກ​ແຕ່ງ​ດອກ​ໄມ້​ເພື່ອ​ຄຳ​ນັບ​ຮັບ​ຕ້ອນກອງ​ປະ​ຊຸມ​ສຸດຍອດ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ 2018

2018-05-28 15:53:11 |ມາຈາກ: CRI

ກອງ​ປະ​ຊຸມ​ສຸ​ດຍອດ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ 2018 ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຊິງ​ຕາວໃນ​ເດືອນ​ມີ​ຖຸ​ນາ​ໜ້າ​ນີ້. ເພື່ອ​ເສີມ​ສ້າງ​ໂສມ​ໜ້າ​ນະ​ຄອນນີ້​ໃຫ້​ສວຍ​ສົດ​ງົດ​ງາມ​, ​ອົງ​ການ​ຄຸ້ມ​ຄອງ​ສວນ​ອຸ​ທິ​ຍານນະ​ຄອນ​ຊິງ​ຕາວ​ໄດ້​ເລືອກ​ເອົາ​ດອກ​ໄມ້​ນາ​ນາ​ຊະ​ນິດ​ທີ່​ກຳ​ລັງ​ເບັ່ງ​ບານ​ໃນ​ຍາມ​ນີ້​ມາ​ຕົບ​ແຕ່ງ​ຕາມ​ເສັ້ນ​ທາງ, ສະ​ຖານ​ທີ່​ສຳ​ຄັນ​ແລະ​ພື້ນ​ທີ່​ສີ​ຂຽວ​ເພື່ອ​ສ້າງໃຫ້​ຕົວ​ເມືອງ​ງາມ​ຕາຫຼາຍ​ຂຶ້ນ.