ຈີນ​ສົ່ງ​ນັກ​ບິນ​ອະ​ວະ​ກາດ​ໄປ​ຊ້ອມ​ຢູ່​ທະ​ເລ​ຊາຍຢ່າງ​ສຳ​ເລັດ​ຜົນ

2018-05-30 11:59:13 |ມາຈາກ: CRI

ວັນ​ທີ 26 ພຶດ​ສະ​ພາ​ນີ້, ນັກ​ບິນ​ອະ​ວະ​ກາດ​ຈີນ 15 ຄົ​ນ​ໄດ້​ໄປ​​ຝຶກຊ້ອມ​ເພື່ອ​ເອົາ​ໂຕ​ລອດ​ຢູ່​ທະ​ເລ​ຊາຍ​ເຂດ​ມົງ​ໂກ​ໃນ ເຊິ່ງ​ເປັນ​ການ​ຝຶກ​ຊ້ອມ​​ນັກ​ບິນ​ອະ​ວະ​ກາດແບບ​ນີ້​ເປັນ​ຄັ້ງ​ທຳ​ອິດ ໂດຍ​ໄດ້​ແນ​ໃສ່​ຍານ​ອະ​ວະ​ກາດ​ບັນ​ທຸກ​ມະ​ນຸດ​ທີ່​ກັບ​ມາ​ຈາກ​ອະ​ວະ​ກາດ​ແລະ ລົງ​ຈອດ​ແບບ​ສຸກ​ເສີນ​ຢູ່​ທະ​ເລ​ຊາຍ. ມີ​ຈຸດ​ປະ​ສົງ​ຝຶກ​ຊ້ອມ​ນັກ​ບິນ​ອະ​ວະ​ກາດ​ກຳ​ວິ​ທີ​ນຳ​ໃຊ້​ເຄື່ອງ​ຊູ​ຊີບ ແລະ ຍົກ​ຄວາມ​ສາ​ມາດໃນ​ການ​ເອົາ​ໂຕລອດ​ໃນ​ທະ​ເລ​ຊາຍ.