“ບຸນບັກວີດ(Buckwheat)”

2018-05-30 17:53:01 |ມາຈາກ: Yunnan Gateway

ໃນແຕ່ລະປີ ໃນວັນທີ່ເອີ້ນວ່າວັນມັງກອນທຳອິດຂອງເດືອນເມສາຕາມປະຕິທິນຈີນ,ທີ່ກຸ່ມບ້ານນ້ອຍບ້ານໜຶ່ງຂອງຕາແສງຈວ້ນຈຽວ ເມືອງກວາງນານ ແຂວງຢຸນນານ,ຊາວເຜົ່າຮວາຫຼໍ້ທີ່ເປັນສາຂາໜຶ່ງຂອງເຜົ່າຢີຈຳນວນ 400 ກວ່າຄົນຈະນຸ່ງເຄື່ອງນຸ່ງຂອງເຜົ່າຢີທີ່ສວຍງາມທີ່ສຸດ ແລະ ນຳປີ່ນໍ້າເຕົ້າໄປດ້ວຍເພື່ອເຕົ້າໂຮມກັນຟ້ອນລຳທຳເພງ ແລະຈັດພິທີເສັ່ນໄຫວ້ເຈົ້າບັກວີດ, ສະເຫຼີມສະຫຼອງ“ບຸນບັກວີດ(Buckwheat)”.

ໃນມື້ດຽວກັນ,ນາຍບ້ານຈະນຳເອົາຜັກບັກວີດແລະເມັດບັກວີດແລະປາມາໄວ້ຢູ່ໃຕ້ຕົ້ນໄມ້ທີ່ເປັນຕົ້ນໄມ້ທີ່ມີປະຫວັດສາດຍາວນານຫຼາຍຮ້ອຍກວ່າປີ, ເພື່ອຕ້ອນຮັບເຈົ້າບັກວີດກັບບ້ານ.ໝໍພອນທີ່ຈັດພິທີເສັ່ນໄຫວ້ຈະສັກທຽນຢູ່ໃຕ້ຕົ້ນໄມ້,ຖືເງິນເຈ້ຍຢູ່ໃນມື,ສວດມົນພາວະນາເຄື່ອງເສັ່ນໄຫວ້,ຊາວເຜົ່າຮວາຫຼໍ້ກໍພາກັນເສັ່ນໄຫວ້ເຈົ້າບັກວີດຢ່າງຈິງໃຈ.

ໃນຖານະທີ່ເປັນມໍລະດົກວັດທະນະທຳນາມມະທຳ,ຄວາມເອົາໃຈໃສ່ແລະກຳລັງການເຂົ້າຮ່ວມຂອງຊາວບ້ານໃນບຸນບັກວີດນັບມື້ນັບສູງຂຶ້ນ,ອຳນາດການປົກຄອງຂອງຕາແສງທ້ອງຖິ່ນກໍໄດ້ຂະຫຍາຍສົ່ງເສີມການສືບທອດແລະການຮັກສາວັດທະນະທຳເພື່ອຊຸກຍູ້ຄວາມສາມັກຄີຂອງຊົນເຜົ່າ,ເຂົາເຈົ້າໃຫ້ເດັກນ້ອຍຮໍ່າຮຽນປີ່ນໍ້າເຕົ້າແລະການຟ້ອນຂອງປີ່ນໍ້າເຕົ້າຕັ້ງແຕ່ອາຍຸຍັງນ້ອຍ,ຍັງໄດ້ສົ່ງເສີມຊາວເຜົ່າຮວາຫຼໍ້ຜະລິດເຄື່ອງນຸ່ງຊົນເຜົ່າດັ້ງເດີມ, ເພື່ອເຮັດໃຫ້ວັດທະນະທຳສາມາດສືບທອດຕໍ່ກັນໄປ.