ການແກະ​ສະຫຼັກ​ຕາມ​ໜ່ວຍ​ໝາກ​ໂມ

2018-06-05 15:42:39 |ມາຈາກ: CRI

ຢູ່​ໃນ​ໂຮງ​ງານ​ຂອງ​ໂຮງ​ຮຽນ​ອາ​ຊີ​ວະ​ສຶກ​ສາ​ຕາ​ແສງ​ເຫຼີຍ​ຕ້ຽນ​ເມືອງ​ເຕີ​ຊິງ​ແຂວງ​ເຈີ້​ຈ່ຽງ​ຈີນ, ຊາວ​ກະ​ສິ​ກອນ​ພວມ​ແກະ​ສະຫຼັກ​ຮູບ​ຕ່າງໆ​ຕາມ​ໜ່ວຍ​ໝາກ​ໂມ. ບໍ່​ດົນ, ກໍ​ເຫັນ​ດອກ​ໂບ​ຖັນ​ໄດ້​ເບັ່ງ​ບານ​ຢູ່​ຕາມ​ໜ່ວຍ​ໝາກ​ໂມ. ຕາ​ແສງ​ເຫຼີຍ​ຕ້ຽນ​ເປັນ​ເມືອງ​ປູກ​ໝາກ​ໂມ​ທີ່​ມີ​ຊື່​ສຽງ ເຊິ່ງ​ໄດ້​ມີ​ເນື້ອ​ທີ່​ປູກ​ໝາກ​ໂມ​ເກືອບ 200 ເຮັກ​ຕາ ແລະ ສ້າງ​ລາຍ​ໄດ້​ໃຫ້​ແກ່​ຊາວ​ກະ​ສິ​ກອນ​ເຖິງ 30 ກວ່າ​ລ້ານຢວນ.