ນັກ​ຮຽນ​ທີ່​ເກີດ​ໃນ​ປີ 2000 ​ກຸ່ມ​ທຳ​ອິດ​ເລີ່ມ​ກຽມ​ເສັງ​ເຂົ້າ​ມະ​ຫາ​ວິ​ທະ​ຍາ​ໄລ

2018-06-05 15:46:39 |ມາຈາກ: CRI

ຮອດ​ການ​ເສັງ​ເຂົ້າ​ມະ​ຫາ​ວິ​ທະ​ຍາ​ໄລ​ປີ 2018 ຂອງ​ຈີນ​ຍັງ​ເຫຼືອ​ບໍ່​ຮອດ​ໜຶ່ງ​ອາ​ທິດ. ວັນ​ທີ 3 ມິ​ຖຸ​ນາ​ນີ້, ນັກ​ຮຽນ​​ມໍ​ປາຍ​ປີ​ທີ 3 ຂອງ​ໂຮງ​ຮຽນ​ມັດ​ທະ​ຍົມ​ເລກ​ໜຶ່ງ​ເມືອງ​ເຕີ​ຊິ່ງ​ແຂວງ​ເຈິ້​ຈ່ຽງ​ໄດ້​ຮ່ຳ​ຮຽນ​ຢ່າງ​ດຸ​ໝັ່ນ​ຈົນ​ຮອດ​ກາງ​ຄືນ, ເພື່ອ​ກະ​ກຽມ​ເສັງ​ເຂົ້າ​ມະ​ຫາ​ວິ​ທະ​ຍາ​ໄລ. ຕ່າງ​ກັນ​ກັບ​ປີ​ຜ່ານ​ມາ, ​ນັກ​ຮຽນ​ທີ່​ຈະ​ເສັງ​ເຂົ້າ​ມະ​ຫາ​ວິ​ທະ​ຍາ​ໄລ​ໃນ​ປີ​ນີ້, ສ່ວນ​ຫຼາຍ​ແມ່ນ​ເກີດ​​ໃນ​ປີ 2000, ຊາວ​ໜຸ່ມ​ທີ່​ເກີດ​ໃນ​ປີ 2000 ໄດ້​ກາຍ​ເປັນ​ຕົວ​ລະ​ຄອນ​ເອກ​ຂອງ​ການ​​ສອບ​ເສັງ​ເທື່ອ​ນີ້.