ການສະເຫຼີມສະຫຼອງຄົບຮອບ 39 ປີ

2018-06-07 15:41:38 |ມາຈາກ: Yunnan Gateway

ໃນມື້ວານນີ້,ບ້ານເຜົ່າກິນໍປາພໍ ຕາແສງພູກິນໍ ນະຄອນຊ່ຽງຮຸ່ງມີບັນຍາກາດທີ່ຟົດຟື້ນຫຼາຍ,ມີຄົນເຜົ່າກິນໍ 100 ກວ່າຄົນໄດ້ຟ້ອນລຳທຳເພງກັນເພື່ອສະເຫຼີມສະຫຼອງທີ່ປະເທດໄດ້ຢັ້ງຢຶນຊົນເຜົ່າກິນໍຄົບຮອບ 39 ປີ.

ໃນວັນທີ 6 ເດືອນມິຖຸນາ ຂອງປີ 1979,ຄົນເຜົ່າກິນໍໄດ້ຖືກຢັ້ງຢືນວ່າເປັນຊົນເຜົ່າຫນຶ່ງ,ກາຍເປັນຊົນເຜົ່າທີ່ 56 ຂອງປະເທດຈີນ.ຈາກນັ້ນເປັນຕົ້ນມາ,ຄົນເຜົ່າກິນໍຈຶ່ງຖືວັນນີ້ເປັນວັນເກີດຂອງຊົນເຜົ່າກິນໍ.