ກິ່ນ​ຫອມ​ດອກ​ກຸ​ຫຼາບຂອງ​ເມືອງ​ເຮີ​ທຽນ

2018-06-08 10:32:15 |ມາຈາກ: CRI

ວັນ​ທີ 6 ມິຖຸນາ​ນີ້, ຢູ່​​ເຂດ​ດອກ​ກຸ​ຫຼາບ​ຂອງ​ບ້ານຢີ່​ແກ້ຣຊີ​ເມືອງ​ເຮີ​ທຽນ​​ເຂດ​ປົກຄອງ​ຕົນ​ເອງ​ອຸຍ​ເກີ​ຊິ່ນ​ຈ່ຽງ, ​ພະນັກງານ​ກຳລັງ​ເກັບ​ດອກ​ກຸຫຼາບ. ​ໃນໄລຍະ​ດອກ​ກຸ​ຫຼາບ​ເຮີ​ທຽນ​ກຳລັງ​ເບັ່ງ​ບານ​ຢ່າງ​ສວຍ​ງາມ, ດິນດອນຕອນ​ຫຍ້າສີຂຽວຢູ່​ແຄມທະ​ເລ​ຊາ​ຍຕາກ​ລີ​ມາ​ກັນ​ເຂດ​ປົກຄອງ​ຕົນ​ເອງ​ອຸຍ​ເກີ​ຊິ່ນ​ຈ່ຽງອົບ​ອົ້ວ​ໄປ​ດ້ວຍກິ່ນ​ຫອມດອກ​ກຸຫຼາບ​. ດອກ​ກຸຫຼາບ​ເຮີ​ທຽນ​ແມ່ນຜະລິດ​ຕະພັນ​ກະສິກຳ​ພິ​ເສດ​ຂອງ​ເມືອງ​ເຮີ​ທຽນ ​ເຊິ່ງ​ໄດ້​ສົ່ງ​ກິ່ນ​ຫອມຫວນ​ໃຫ້​ປະຊາຊົນ​ທ້ອງ​ຖິ່ນ.