ງານ​ວາງ​ສະ​ແດງ​ຮູບ​ແກະ​ສະຫຼັກ​ທີ່ປະ​ເສີດ​ເລີດ​ລ້ຳ​ຈີນ-ອາ​ຟ​ຣິກ​ກາ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຈຸ່ງ​ກິ່ງ

2018-06-11 15:09:42 |ມາຈາກ: CRI

ຫໍ​ພິ​ພິດ​ທະ​ພັນ​ຊ່ານ​ເຊຍ​ຈີນ​ນະ​ຄອນ​ຈຸ່ງ​ກິ່ງ​ໄດ້​ຈັດ​ງານ​ວາງ​ສະ​ແດງ​ຮູບ​ແກະ​ສະຫຼັກ​​ທີ່​ປະ​ເສີດ​ເລີດ​ລ້ຳຈີນ-ອາ​ຟ​ຣິກ​ກາ "ເຂົ້າ​ແດນ​ອາ​ຟ​ຣິກ​ກາ"​ຂຶ້ນ​ໂດຍ​ເປີດ​ການ​ວາງ​ສະ​ແດງ​ສະ​ເພາະ​ຕໍ່​ສື່ມວນ​ຊົນ​ໃນ​ວັນ​ທີ 7 ມິ​ຖຸ​ນາ​ນີ້ ເຊິ່ງ​ໄດ້​ວາງ​ສະ​ແດງ​ຮູບ​ແກະ​ສະຫຼັກ​ດີ​ເດັ່ນ 120 ຜົນ​ງານ​ຈາກ​ເຂດ​ພາກ​ກາງ​ທະ​ວີບ​ອາ​ຟ​ຣິກ​ກາ​ສະ​ໄໝ​ສະ​ຕະ​ວັດ​ທີ 19 ຫາ​ສະ​ຕະ​ວັດ​ທີ 20 ແລະ ​ເປີດ​ໃຫ້​ປະ​ຊາ​ຊົນ​ເຂົ້າ​ຊົມ​​ໂດຍ​ບໍ່​ເກັບ​ຄ່າຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 8 ມິ​ຖຸ​ນາ​ນີ້ ແລະ​ຈະ​ດຳ​ເນີນ​ໄປ​ຈົນ​ເຖິງວັນ​ທີ 9 ກັນ​ຍາ​ປີ​ນີ້.