​ນະຄອນ​ຊີ່​ອ່ານ​ມີ​ "ທາງ​ພິ​ເສດ​ໃຫ້​ຜູ້​ຫຼິ້ນມື​ຖື"

2018-06-11 15:13:32 |ມາຈາກ: CRI

ເມື່ອ​ບໍ່​ດົນ​ມານີ້, ຢູ່​ປະຕູ​ໜ້າຮ້ານ​ຄ້າ​ແຫ່ງ​ໜຶ່ງ​ຂອງ​​ເມືອງ​ຢ້ານ​ຖານະ​ຄອນ​ຊີ່​ອ່ານ​ແຂວງ​ສານ​ຊີ່, ມີ​ທາງ​ພິ​ເສດ​ທີ່ມີ​ຄວາມ​ຍາວ​ເກືອບ 100 ​​ແມັດ, ກວ້າງປະມານ 1 ​ແມັດ, ມີ​ເຄື່ອງໝາຍ​ສອນ​ສອງ​ທິດທາ​ງ, ແຕ້ມ​ຮູບ​ພາບ​ມື​ຖື ​​ແລະ​ຂຽນວ່າ "ທາງ​ສຳລັບ​ຜູ້​ມັກ​ຫຼິ້ນມື​ຖື​". ພະນັກງານ​ບອກ​ນັກ​ຂ່າວ​ວ່າ: ຖ້າມີ​ລົດ ຫຼື ລົດຖີບ​ນຳ​ໃຊ້​ທາງ​ນີ້ ຈຶ່ງ​ຈະ​ມີ​ພະນັກງານ​ເຂົ້າມາສະ​ກັດ​ກັ້ນ. ຕໍ່​ເລື່ອງນີ້, ​ປະຊາຊົນບາງ​ຄົນ​ຄິດ​ວ່າ​ດີ ​ເພາະວ່າ​ສາມາດ​ຍົກ​ສູງ​​ຄວາມ​ປອດ​ໄພ. ​ແຕ່​ກໍ​ມີ​ບາງຄົນ​ຄິດ​ວ່າ​ບໍ່​ຄວນຫຼິ້ນມື​ຖື​ໃນ​ເວລາ​ຍ່າງ​, ສະ​ນັ້ນ​ຈຶ່ງບໍ່​​​ສະໜັບສະໜູນ​ການ​ກະທຳ​ແບບ​ນີ້.