ເດັກ​ນ້ອຍ​ໜ້າ​ຮັກ​ແລ່ນ​ມາ​ຣາ​ທອນ

2018-06-12 15:55:54 |ມາຈາກ: CRI

ວັນ​ທີ 10 ມິ​ຖຸ​ນານີ້ ໄດ້​ຈັດ​ການ​ແຂ່ງ​ຂັນ​ແລ່ນ​ມາ​ຣາ​ທອນ​ສາ​ກົນ​ລານ​ໂຈ່ວ 2018, ໂດຍ​ມີ​ຜູ້​ເຂົ້າ​ຮ່ວມ​ 4 ໝື່ນກວ່າ​ຄົນ​ຈາກ 28 ປະ​ເທດ​ແລ​ະ​ເຂດ​ແຄວ້ນ​ມາ​ແລ່ນ​ລຽບ​ຕາມ​ແມ່​ນ້ຳ​ເຫຼືອງ, ໃນ​ນັ້ນ ບາງ​ຄົນ​ນັ່ງ​ຢູ່​ໃນລໍ້ເດັກ​ນ້ອຍ​ແຂ່ງ​ຂັນ​ຮ່ວມ​ກັບ​ພໍ່​ແມ່, ​ບາງ​ຄົນຍັງ​ເປັນ​ເດັກ​ແດງ, ພໍ່​ແມ່​ກໍ​​ເຈ່ຍ​ມາ​ເຂົ້າ​ຮ່ວມ​ການຫຼິ້ນ​ກິ​ລາ​ນຳ​ກັນ. ເດັກ​ນ້ອຍ​ທີ່​ໜ້າ​ຮັກ​ເຫຼົ່າ​ນີ້ ໄດ້​ເຂົ້າ​ຮ່ວມ “ການ​ແຂ່ງ​ຂັນ​ແລ່ນ​ມາ​ຣາ​ທອນ​ຄັ້ງ​ທຳ​ອິດ​ໃນ​ຊີ​ວິດ” ຂອງ​ພວກ​ເຂົາ​ດ້ວຍ​ຮູບ​ການ​ພິ​ເສດ​ຂອງ​ຕົນ ແລະຫຼິ້ນ​ກິ​ລາ​ຢ່າງ​ເບີກ​ບານ​ມ່ວນ​ຊື່ນ.