ຈັດພິ​ທີ​ອອກ​ອາ​ກາດ​ຂອງ​ລາຍ​ການ​ “ໂຮງ​ລະ​ຄອນ​ຈີນ” ​ຟີ​ລິບ​ປີນ ຢ່າງ​ສຳ​ເລັດ​ຜົນ

2018-06-15 11:44:53 |ມາຈາກ: CRI

ເພື່ອ​ລະ​ນຶກ​ຈີນ​ແລະ​ຟີ​ລິບ​ປີນ​ສ້າງ​​ຕັ້ງສາຍ​ພົວ​ພັນ​ທາງ​ການ​ທູ​ດ​ຄົບ​ຮອບ 43 ປີ, ​ອົງ​ການ​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ແຫ່ງ​ຊາດ​ຈີນ, ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ ແລະ​ສະ​ຖາ​ນີ​ໂທ​ລະ​ພາບ​ແຫ່ງ​ຊາດ​ຟີ​ລິບ​ປີນ​ໄດ້​ຈັດ​ພິ​ທີ​ອອກ​ອາ​ກາດ​ຂອງ​ລາຍ​ການ “ໂຮງ​ລະ​ຄອນ​ຈີນ” ​ຢູ່​ນະ​ຄອນ​ຫຼວງ​ມະ​ນີ​ລາ​ປະ​ເທດ​ຟີ​ລິບ​ປີນ​ໃນ​ວັນ​ທີ 13 ມິ​ຖຸ​ນາ​ນີ້. ລະ​ຄອນ​ໂທ​ລະ​ພາບ​ຈີນ​ສີ່​ເລື່ອງ​ເຊັ່ນ “ຂົນ​ໄ​ກ່​ບິວ​ຂຶ້ນ​ທ້ອງ​ຟ້າ”, “ຄວາມ​ຮັກ​ຢູ່​ປັກ​ກິ່ງ” ແລະ​ອື່ນໆ​ເປັນ​ພາ​ສາ​ຟີ​ລິບ​​ປິນ​​ອອກ​ອາ​ກາດ​ຢູ່​ສະ​ຖາ​ນີ​ໂທ​ລະ​ພາບ​ແຫ່ງ​ຊາດ​ຟີ​ລິບ​ປີນ, ນີ້​ແມ່ນ​ລະ​ຄອນໂທ​ລະ​ພາບ​ແລະ​ຮູບ​ເງົາ​ຈີນ​​ອອກ​ອາ​ກາດ​ຢູ່​ຟີ​ລິບ​ປີນ​ຫຼັງ​​ພາກ​ເປັນພາ​ສາ​ຟີ​ລິບ​ປີນ​ເປັນ​ຄັ້ງ​ທຳ​ອິດ.