ການຖັກແແສ່ວຂອງເຜົ່າມົ້ງ

2018-06-20 11:25:51 |ມາຈາກ: Yunnan Gateway

ລວດລາຍການຂີ່ໂຕມັງກອນແລະການຂີ່ນໍ້າເປັນລວດລາຍຖັກແສ່ວທົ່ວໄປຂອງການຖັກແສ່ວເຜົ່າມົ້ງ,ເຊິ່ງໄດ້ສະແດງເຖິງຈິດໃຈແລະຊີວິດການເປັນຢູ່ທີ່ອົງອາດກ້າຫານຂອງຊາວເຜົ່າມົ້ງ.ລວດລາຍການຂີ່ໂຕມັງກອນ,ການຝຶກໂຕມັງກອນແລະໂຕມັງກອນເປັນຄູ່ໃນສິລະປະພື້ນເມືອງຂອງຊົນເຜົ່າມົ້ງນັ້ນ,ໄດ້ສ່ອງແສງເຖິງແນວຄິດຂອງເຜົ່າມົ້ງທີ່ເຄົາລົບນັບຖືແລະບໍ່ຢ້ານກົວຕໍ່ໂຕມັງກອນ.

ຊາວເຜົ່າມົ້ງທີ່ແຂວງກຸ້ຍໂຈ່ວ,ໄດ້ປະດິດສ້າງເຄື່ອງນຸ່ງອັນມີແບບແລະລວດລາຍທີ່ແຕກຕ່າງກັນ.ເຄື່ອງນຸ່ງຂອງເຂົາເຈົ້າແບ່ງອອກເປັນສອງປະເພດຄື:ເຄື່ອງນຸ່ງໃນຊີວິດປະຈຳວັນແລະເຄື່ອງນຸ່ງໃນບຸນງານຫຼືໃນງານແຕ່ງດອງ,ບໍ່ວ່າເປັນເຄື່ອງນຸ່ງຫຼືວ່າເຄື່ອງປະດັບເທິງຫົວກໍຕາມ,ຝີມືຫັດຖະກຳລ້ວນແລ້ວແຕ່ຊັບຊ້ອນແລະປານີດໄປໝົດ.