ນະຄອນຄຸນໝິງແຂວງຢຸນນານ:ຊາວເມືອງນຸ່ງເຄື່ອງນຸ່ງຊົນເຜົ່າຮ້ານເພື່ອເສັນໄຫວ້ ນັກກະວີ ຊູ່ຢວນ

2018-06-20 11:28:42 |ມາຈາກ: Yunnan Gateway

ໃນວັນທີ 18 ເດືອນມິຖຸນາ,ທີ່ສວນສາທາລະນະວັດຖານຮວາ ນະຄອນຄຸນໝິງ ແຂວງຢຸນນານ,ມີຊາວຫນຸ່ມຍິງຊາຍຈຳນວນ 100 ກວ່າຄົນໄດ້ນຸ່ງເຄື່ອງນຸ່ງຂອງຊົນເຜົ່າຮ້ານແລະສວດຄຳເສັນໄຫວ້ເພື່ອເສັນໄຫວ້ບັນພະບູລຸດ ຜູ້ເປັນນັກກະວີຜູ້ຍິ່ງໃຫຍ່ຂອງຈີນໃນສະໄຫມບູຮານ ຊູ່ຢວນ.ພິທີນີ້ເປັນພິທີເສັນໄຫວ້ ທ່ານຊູ່ຢວນ ທີ່ຈັດຂຶ້ນໂດຍຜູ້ທີ່ຮັກມັກໃນການນຸ່ງເຄື່ອງຊົນເຜົ່າຮ້ານຂອງຄຸນໝິງ,ເຊິ່ງໄດ້ດຶງດູດປະຊາຊົນຈຳນວນຫລາຍມາຊົມເບິ່ງກັນ.