“ສະຖານທີ່ພັກຂອງນັກປະພັນເດືອນຕຸລາ”ໄດ້ສ້າງຕັ້ງຢູ່ເມືອງລີ້ຈ່ຽງແຂວງຢຸນນານ

2018-06-21 13:35:31 |ມາຈາກ: Yunnan Gateway

ຫວ່າງມໍ່ໆມານີ້,ພິທີການຕິດປ້າຍຂອງ“ສະຖານທີ່ພັກຂອງນັກປະພັນເດືອນຕຸລາ•ເມືອງບູຮານລີ້ຈ່ຽງ”ແລະການເລີ່ມກິດຈະກຳວັນນະຄະດີທີ່ເປັນລະບົບໄດ້ຈັດຂຶ້ນທີ່ເມືອງບູຮານລີ້ຈ່ຽງແຂວງຢຸນນານ.

“ສະຖານທີ່ພັກນັກປະພັນເດືອນຕຸລາ”ເປັນສະຖານທີ່ອັນສຳຄັນຂອງກຸ່ມບໍລິສັດສຳນັກພິມປັກກິ່ງທີ່ ຂະຫຍາຍການຮ່ວມມືການພິມລະຫວ່າງປະເທດແລະພາກພື້ນທີ່ລຽບຕາມ“ໜຶ່ງແລວ ໜຶ່ງເສັ້ນທາງ”,ເປັນສະຖານທີ່ຂະຫຍາຍຂອງໂຄງການການປະດິດສ້າງຂອງສະຖາບັນວັນນະຄະດີເດືອນຕຸລາ,ກິດຈະກຳນີ້ສາມາດເຊື່ອມໂຍງພາຍໃນກັບຕ່າງປະເທດໂດຍຖືວັນນະຄະດີເປັນເຄື່ອງສື່ກາງ,ຈັດຕັ້ງກິດຈະກຳການແລກປ່ຽນວັນນະຄະດີອັນອຸດົມສົມບູນໂດຍຈັດຕັ້ງນັກປະພັນດຳລົງຊີວິດທັດສະນະຢູ່ສະຖານທີ່ດັ່ງກ່າວ,ເພື່ອຊຸກຍູ້ສົ່ງເສີມການປະດິດສ້າງແລະການແລກປ່ຽນໃຫ້ແກ່ນັກປະພັນ,ເຊິ່ງກໍໄດ້ກາຍເປັນສະຖານທີ່ອັນສຳຄັນຂອງນັກປະພັນໃນການດຳລົງຊີວິດຢ່າງເລິກເຊິ່ງແລະ“ການເຜີຍແຜ່ສູ່ພາຍນອກ”ຂອງວັນນະຄະດີຈີນແລ້ວ.