ຮຽນ​ຮູ້​ປະຫວັດສາດ “​ເສັ້ນທາງ​ສາຍ​ໄໝທາງ​ທະ​ເລ” ​ຈາກ​ວັດຖຸບູຮານ​

2018-06-26 10:41:16 |ມາຈາກ: CRI

ວັນ​ທີ 24 ມິ​ຖຸນາ​ນີ້, ນັກ​ຂ່າວ​ໄດ້​ສຳພາດ​ຢູ່​ຫໍພິພິທະພັນ​ປະຫວັດສາດ​ການ​ຄົມມະນາຄົມ​ຕ່າງປະ​ເທດ​ເມືອງ​ຊວນ​ໂຈ່​ວ​ແຂວງ​ຟູ​ຈ້ຽນຈີນ ​ແລະ​ຮຽນ​ຮູ້​ປະຫວັດສາດ “​ເສັ້ນທາງ​ສາຍ​ໄໝທາງທະ​ເລ” ຈາກ​ວັດຖຸບູຮານ. ​ເມືອງ​ຊວນ​ໂຈ່​ວ​ເຄີຍ​ເປັນ​ດ່ານ​ຊາຍ​ແດນ​ການ​ຄ້າ​ກັບ​ຕ່າງປະ​ເທດ​ທີ່​ມີ​ຊື່​ສຽງ​​ໂດ່ງ​ດັງ​ທີ່​ສຸດ​ຂອງ​ຈີນ​ມາ​ແຕ່​ບູຮານ​ນະ​ການ ​ແລະ​ເປັນ​ “ທ່າ​ເຮືອ​ສະ​ໄໝ​ບູຮານໃຫຍ່​ທີ່​ສຸດ​ໃນ​ພາກທິ​ດຕາ​ເວັນ​ອອກ” ​ ​ແລະ​ເປັນຈຸດ​ເລີ່​ມຕົ້ນ​ຂອງ “​ເສັ້ນ​ທາງ​ສາຍ​ໄໝ​ທາງທະ​ເລ”. ຫໍພິພິທະພັນ​ນີ້​ຖື​ປະ​ຫວັດ​ສາດ​ທ່າ​ເຮືອ​ຊວນ​ໂຈ່​ວ​ໃນ​ໄລຍະ​ ​ສະຕະວັດກາງ​ເປັນ​ໃຈກາງ ​ເຊິ່ງມີ​ວັດຖຸບູຮານ​ທີ່​ສຳຄັນ ຄື: ຫີນ​ຄວັດ​ສາສະໜາ​ບູຮານ, ​ເຮືອ​ລາຊະວົງ​ຊົ້ງ​ເມືອງຊວນ​ໂຈ່​ວ ​ແລະ​ອື່ນໆ ​ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວັດທະນະທຳທະ​ເລ​ຂອງຈີນ​ສະ​ໄໝ​ບູຮານ.