ປູກ​ດອກ​ເບັນ​ຈະ​ມາດ ​ເພື່ອຫຼຸດພົ້ນຈາກ​ຄວາມທຸກ​ຍາກ

2018-06-27 11:39:35 |ມາຈາກ: CRI

​ໃນ​ຊຸມ​ປີຜ່ານມາ, ​ຕາ​ແສງ​ຕົ່ງ​ຈ່າງ​ພູ້ ​ເມືອງ​ຝຸຍຊ່ຽງ ນະຄອນ​ຫານ​ຕ່າ​ນ ​ແຂວງ​ເຫີ​ເປີ​ຍ ​ສປ ຈີນໄດ້​ຊຸກຍູ້​ການຫຼຸດຜ່ອນຄວາມທຸກ​ຍາກ​ ​ໂດຍ​ອີງ​ຕາມ​ຈຸດ​ພິ​ເສດ​ທີ່​ດິນ ​ແລະ ດິນ​ຟ້າ​ອາກາດ​ທ້ອງຖິ່ນ ຊາວ​ກະສິກອນ​ປູກ​ດອກ​ເບັນ​ຈະ​ມາດພັນ​ເປັນ​ຢາ ຫຼື ພັນ​ເປັນ​ຊາ ທີ່​ມີສີສັນ​ພິ​ເສດ​ ​ແລະ​ສາມາດ​ສ້າງ​ລາຍ​ຮັບ​ໄດ້​ດີ​ສົມຄວນ. ປັດຈຸບັນ, ​ຕາ​ແສງ​ຕົ່ງ​ຈ່າງ​ພູ້ ມີ​ເນື້ອ​ທີ່​ປູກ​ດອກ​ເບັນ​ຈະ​ມາດ​ເກືອບ 200 ​ເຮັກຕາ.