ເມືອງຈ້ຽນສວນຢຸນນານ:ເຜີຍແຜ່ຍີ່ຫໍ້ຜົນງານການແກະສະຫລັກໄມ້ດ້ວຍມື

2018-06-29 15:38:45 |ມາຈາກ: Yunnan Gateway

ຫວ່າງມໍ່ໆມານີ້,ງານວາງສະແດງສິລະປະກຳແກະສະຫລັກໄມ້ ເມືອງຈ້ຽນສວນ•ຕ້າລີປີ2018ແລະບຸນວັດທະນະທຳແກະສະຫລັກໄມ້ເມືອງຈ້ຽນສວນ,ທີ່ອຳນາດການປົກຄອງເມືອງຕ້າລີແຂວງຢຸນນານແລະສະມາຄົມແກະສະຫລັກໄມ້ແຂວງຢຸນນານເປັນເຈົ້າການຈັດງານ,ຊີ້ນຳໂດຍຫ້ອງການຂະແໜງວັດທະນະທຳແຂວງຢຸນນານໄດ້ເປີດສາກທີ່ ຕາແສງສິລະປະແກະສະຫລັກໄມ້ເມືອງຈ້ຽນສວນ.ຫົວຂໍ້ຂອງກິດຈະກຳຄັ້ງນີ້ແມ່ນ"ສືບທອດຫັດຖະກຳທີ່ມີປະຫວັດສາດພັນປີ•ສົ່ງເສີມເຜີຍແຜ່ການແກະສະຫລັກໄມ້ຂອງເມືອງຈ້ຽນສວນ",ເພື່ອຊອກຫາວັດທະນະທຳການແກະສະຫລັກໄມ້ອັນມີຄວາມຫມາຍເລິກເຊິ່ງຂອງເມືອງຈ້ຽນສວນ,ເພີ່ມທະວີກຳລັງການເຜີຍແຜ່,ສົ່ງເສີມຈິດໃຈຊ່າງຫັດຖະກຳ,ເພີ່ມທະວີການກໍ່ສ້າງກຸ່ມຊັບພະຍາກອນມະນຸດ,ຍົກຊື່ສຽງແລະຍີ່ຫໍ້ຂອງຜົນງານການແກະສະຫລັກໄມ້ຈ້ຽນສວນແລະຕາແສງສິລະປະການແກະສະຫລັກໄມ້ຈ້ຽນສວນໃຫ້ສູງຂຶ້ນຢ່າງບໍ່ຢຸດຢັ້ງ.