ຍ້ອນວ່າກິນຊີ້ນຈຸ່ມໃນຍາມອາກາດຮ້ອນເປັນເລື່ອງທີ່ທໍລະມານ,ສະນັ້ນ ທ້າວເສີງ ເຈົ້າຂອງຮ້ານຮ໋ອບທ໋ອບຢູ່ຖະໜົນຢາງເຮີເຂດຈ່ຽງເປີຍຂອງນະຄອນຈຸ່ງກິ່ງຄິດໄດ້ວິທີໜຶ່ງ ໂດຍໄດ້ສ້າງຮ້ານໃຫ້ມີສະນ້ຳໃນຮ້ານ ລູກຄ້າທີ່ມາກິນເຂົ້າສາມາດທັງກິນທັງແຊ່ຕີນໃນນ້ຳເຢັນແບບສະບາຍ. ຢູ່ໃນສະນ້ຳຍັງມີປາຄຳ,ລູກຄ້າກໍ່ສາມາດເບິ່ງປາຄຳຂະນະທີ່ກິນເຂົ້າ.