ການ​ແຂ່ງ​ຂັນ​ກິນ​ໝາກ​ເຜັດ​ຢູ່​ເມືອ​ງ​ບູ​ຮານ​ທ້ານ​ເຮີ​ແຂວງ​ຫູ​ນານ

2018-07-10 16:19:01 |ມາຈາກ: CRI

ວັນ​ທີ 8 ກໍ​ລະ​ກົດ​ນີ້, ເມືອງ​ບູ​ຮານ​ທ້ານ​ເຮີ​ແຂວງ​ຫູ​ນານ​ໄດ້​ຈັດ​ການ​ແຂ່ງ​ຂັນ​ກິນ​ໝາກ​ເຜັດ, ຜູ້​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນຈຳ​ນວນ​ຫຼວງ​ຫຼາຍໄດ້​ນັ່ງ​ຢູ່ໃນ​ສະ​ນ້ຳ​ຂະ​ໜາດ​ໃຫຍ່​ທີ່​ເຕັມ​ໄປ​ດ້ວຍ​ໝາກ​ເຜັດ​​ເພື່ອແຂ່ງ​ຂັນ​ກັນ​ກິນ​ໝາກ​ເຜັດ. ໃນ​ທີ່​ສຸດ, ທ້າວ ຖັງ​ຊ້ວຍ​ຮຸ່ຍ ທີ່​ມາ​ຈາກ​​ເມືອງນິງ​ຊ່ຽງ​ສາ​ມາດກິນ​ໝາກ​ເຜັດ​ໄດ້ 50 ໜ່ວຍ​ພາຍ​ໃນ​ເວ​ລາ​ໜຶ່ງ​ນາ​ທີ​ແລະ​ເປັນ​ຜູ້​ຊະ​ນະ​ເລີດ.