ການກໍ່ສ້າງພື້ນທີ່ແຫຼ່ງອາຫານຂອງສິບສອງພັນນາໄດ້ຮັບປະສິດທິຜົນຫຼຸດຜ່ອນຄວາມຂັດແຍ່ງລະຫວ່າງມະນຸດກັບຊ້າງ

2018-07-12 15:46:20 |ມາຈາກ: Yunnan Gateway

ເມື່ອບໍ່ດົນມານີ້,ພື້ນທີ່ແຫຼ່ງອາຫານຂອງຊ້າງອາຊີກິ່ງແຂວງສິບສອງພັນນາທີ່ຫາກໍ່ເລີ້ມການນຳໃຊ້ໄດ້ເຄິ່ງປີນັ້ນ ໄດ້ຕ້ອນຮັບຝູງຊ້າງອາຊີຈຳນວນ 20 ໂຕມາກິນອາຫານ,ນີ້ກໍເປັນຝູງຊ້າງປ່າຝູງທີ່ໃຫຍ່ທີ່ສຸດຫຼັງຈາກພື້ນທີ່ແຫຼ່ງອາຫານໄດ້ສຳເລັດການກໍ່ສ້າງ.

ໂດຍການແນະນຳວ່າ,ກົມບໍລິຫານອະນຸລັກທຳມະຊາດລະດັບຊາດສິບສອງພັນນາໄດ້ເພີ່ມທະວີກຳລັງການກໍ່ສ້າງພື້ນທີ່ແຫຼ່ງອາຫານຂອງສັດປ່າແລະລະບົບເຕືອນໄພດ້ວຍກ້ອງລັດສະໝີລຸ່ມແດງຢ່າງບໍ່ຢຸດຢັ້ງ,ກໍໄດ້ຫຼຸດການເຂົ້າບ້ານຂອງຊ້າງປ່າທີ່ມາຍາດກິນເຄື່ອງປູກຂອງຝັງຂອງຊາວນາເຊັ່ນດຽວກັນ.ລວມທັງລະບົບເຕືອນໄພໄວຈາກກ້ອງລັດສະໝີລຸ່ມແດງຂອງຊ້າງອາຊີສາມາດຮູ້ຂ່າວຄາວຂອງການເດີນທາງຂອງຊ້າງປ່າ,ຈຶ່ງໄດ້ຫຼຸດອັດຕາຂອງການພົບພໍ້ກັນລະຫວ່າງມະນຸດກັບຊ້າງ,ໄດ້ຫຼຸດອັດຕາການປະກົດຕົວ“ຂໍ້ຂັດແຍ່ງລະຫວ່າງມະນຸດກັບຊ້າງ”ຢ່າງມີປະສິດທິພາບ.