ເມື່ອເຂົ້າສູ່ເດືອນກໍລະກົດ, ໝາກເກົາກີຂອງເມືອງຈິ່ງເຮີເຂດປົກຄອງຕົນເອງອຸຍເກີ້ຊິນຈ່ຽງເລີ່ມສຸກແລ້ວ. ໃນຊຸມປີຜ່ານມາ, ເມືອງຈິ່ງເຮີສະໜັບສະໜູນຊາວນາພັດທະນາຂະແໜງການປູກໝາກເກົາກີ ເຊິ່ງມີເນື້ອທີ່ 11333 ເຮັກຕາ ແລະກາຍເປັນຂະແໜງການຕົ້ນຕໍທີ່ຊຸກຍູ້ເສດຖະກິດກະສິກຳ ແລະການລ້ຽງສັດທ້ອງຖິ່ນໃຫ້ຂະຫຍາຍຕົວ.