ທ່ານຮູ້ຈຳແນກອາຍຸຂອງໄມ້ໄຜ່ບໍ? ອາຍຸຂອງໄມ້ໄຜ່ບໍ່ຂຶ້ນຢູ່ກັບລຳໃຫຍ່ຫຼືນ້ອຍ. ຖ້າມີແປ້ງເປຶອກໄຜ່ຕິດສຳຕົ້ນທົ່ວໄປແມ່ນໄມ້ໄຜ່ເກີດໃໝ່, ຖ້າມີແປ້ງເປຶອກໄຜ່ຕິດຢູ່ແຕ່ຂໍ້ໄມ້ໄຜ່ແມ່ນອາຍຸໄມ້ໄດ້ 1 ປີແລ້ວ. ໄມ້ແກ່ເທົ່າໃດສີຂອງໄມ້ໄຜ່ຈະເຂັ້ມຂຶ້ນ ແລະເລີ່ມກາຍເປັນສີເຫຼືອງ. ຖ້າມີອາຍຸຫຼາຍກວ່າ 15 ປີ, ໄມ້ໄຜ່ຈະເລີ່ມເປັນສີຂີ້ເຖົ່າ ແລ້ວຄ່ອຍໆຕາຍໄປ. ໄມ້ໄຜ່ຢູ່ພາກໃຕ້ເສສວນສ່ວນຫຼາຍແມ່ນໄມ້ໄຜ່ “ນານຈູ”, ໂດຍທົ່ວໄປມີອາຍຸ 30 ປີ.