ງານເອຊຽນເກມຈາກາຕາປະຈຳປີ 2018 ໄດ້ປິດລົງ
ນັກກິລາແຂວງຢຸນນານໄດ້ຮັບຫຼຽນຄຳ 3 ຫຼຽນ ຫຼຽນເງິນ 2 ຫຼຽນແລະຫຼຽນທອງແດງ 4 ຫຼຽນ

2018-09-03 15:23:55 |ມາຈາກ: Yunnan Gateway

ໂດຍຜ່ານການແຂ່ງຂັນອັນດຸເດືອດມາ 15 ວັນ,ງານເອຊຽນເກມຈາກາຕາປະຈຳປີ 2018 ໄດ້ປິດລົງໃນວັນທີ 2 ກັນຍາ.ຄະນະຕົວແທນຈາກປະເທດຈີນໄດ້ຈັດຢູ່ໃນອັນດັບທີ່ໜຶ່ງໃນຕາຕະລາງຫຼຽນຄຳແລະ ຫລຽນລາງວັນ,ດ້ວຍຄະແນນ 132 ຫຼຽນຄຳແລະຫຼຽນລາງວັນອື່ນຈຳນວນ 289 ຫຼຽນ,ຄອງແຊ້ມອັນດັບທີ່ໜຶ່ງໃນຕາຕະລາງຫຼຽນລາງວັນຂອງງານເອຊຽນເກມເປັນຄັ້ງທີ 10.ໃນນັ້ນ,ໃນການແຂ່ງຂັນຄັ້ງນີ້ນັກກິລາແຂວງຢຸນນານໄດ້ຮັບຫຼຽນຄຳ 3 ຫຼຽນ ຫຼຽນເງິນ 2 ຫຼຽນແລະຫຼຽນທອງແດງ 4 ຫຼຽນ,ເຊິ່ງໄດ້ຍາດຊື່ສຽງກຽດຕິຍົດມາໃຫ້ແກ່ປະເທດຊາດ.