ບຸນວຽນພູໝໍຊໍໜອງຫຼູໂກເມືອງໜິງລາງປະຈຳປີ 2018 ທີ່ປິ່ນອ້ອມຫົວຂໍ້ “ສົນທະນາກັບມູນເຊື້ອ,ເດີນທາງໄປນຳທຳມະຊາດ”ໄດ້ຈັດຂຶ້ນທີ່ແຄມໜອງຫຼູໂກເມືອງປົກຄອງຕົນເອງເຜົ່າຢີໜິງລາງນະຄອນລີ້ຈ່ຽງແຂວງຢຸນນານໃນວັນທີ 3.
ນອກຈາກນີ້,ການວາງສະແດງຜົນຜະລິດຕະພັນພິເສດຂອງພູພຽງ ກໍໄດ້ເລີ່ມໄຂຂຶ້ນໃນມື້ດຽວກັນ,ເຊິ່ງລວມມີ ສິນຄ້າດ້ານການທ່ອງທ່ຽວຂອງຊົນເຜົ່າແລະຜົນຜະລິດຕະພັນທ້ອງຖິ່ນທີ່ມິສີສັນພິເສດຂອງເມືອງໜິງລາງທີ່ເປັນລະບົບເຊິ່ງໄດ້ຄ່ອຍທະຍອຍປະກົດຕົວອອກມາເປັນຕົ້ນວ່າ:ຜົນງານຫັດຖະກຳ ເຄື່ອງນຸ່ງຂອງຊົນເຜົ່າແລະແອບເປີ້ນສຽວຫຼຽງຊ່ານ,ເຂົ້າແດງພູພຽງໜອງຫຼູໂກແລະຢາພື້ນເມືອງພູພຽງ ,ການວາງສະແດງຈະສືບຕໍ່ໄປຈົນຮອດວັນທີ 5.
ໂດຍການຮັບຮູ້ວ່າ,ບຸນວຽນພູຈະສືບຕໍ່ເປັນໄລຍະ 4 ມື້,ເຊິ່ງຈະມີການຈັດເທດສະການອາຫານ,ການວາງສະແດງຜົນຜະລິດພິເສດພູພຽງ,ການວຽນພູ,ການຂີ່ລົດຖິບຮອບເຂື່ອນຢົງໜິງ,ກອງປະຊຸມປຶກສາຫາລືວັດທະນະທຳທາງນິເວດເມືອງໝໍຊໍ,ການເຕັ້ນລຳຊົນເຜົ່າຂອງເມືອງໝໍຊໍແລະກິດຈະກຳອື່ນໆທີ່ຫໍຫຼັກແລະຫໍຍ່ອຍ3ແຫ່ງ.