【ເມືອງຕີຊິ້ງມີຜູ້ສືບທອດວັດທະນະທຳ】ຜູ້ສືບທອດຂອງລະຄອນຕ້າສືເມືອງວິຊິດ ຈ້າວຖິງຈູ

2018-09-12 18:03:33 |ມາຈາກ: Yunnan Gateway

  

“ປັດຈຸບັນ,ຂ້າພະເຈົ້າມີນັກສຶກສາ 38 ຄົນ,ໃນນັ້ນມີຊົນເຜົ່າຮ້ານ,ກໍມີຊົນເຜົ່າລີ້ຊູ້ແລະຊົນເຜົ່ານ້າຊີ.ມີພະນັກງາມລັດຖະກອນທີ່ກິນບຳນານແລ້ວ,ກໍມີຊາວນາແລະຄົນມາເຮັດວຽກທີ່ມາຈາກເຂດນອກ.ອາຍຸໃຫຍ່ສຸດມີຮອດ 60 ກວ່າປີ,ນ້ອຍສຸດແມ່ນ 30 ກວ່າປີ.ທິມນັກສຶກສາທີ່ປະກອບດ້ວຍຄົນທີ່ມີອາຍຸ ວຽກງານແລະຊົນເຜົ່າທີ່ແຕກຕ່າງກັນກຸ່ມນີ້,ເຮັດໃຫ້ຂ້າພະເຈົ້າຮູ້ສຶກດີໃຈຫຼາຍ,ຂ້າພະເຈົ້າບອກໃຫ້ເຂົາເຈົ້າຟັງຢູ່ສະເໝີວ່າ,ນີ້ເປັນປະເພດລະຄອນ ທີ່ຂຶ້ນກັບຊົນເຜົ່າຮ້ານທີ່ເປັນຊົນເຜົ່າທີ່ໃຫຍ່ທີ່ສຸດພາຍໃນປະເທດຈີນ,ແຕ່ກໍເປັນວັດທະນະທຳທີ່ດີເດັ່ນທີ່ບໍ່ແບ່ງແຍກຊົນເຜົ່າ,ພວກເຮົາທຸກຄົນມີຫນ້າທີ່ຮັກສາແລະສືບທອດມັນ,ແລະເຜີຍແຜ່ມັນໃຫ້ກວ້າງຂວາງ.”ທ່ານ ຈ້າວຖິງຈູ ກ່າວໄວ້.