

ການເປັນຜູ້ສືບທອດຂອງເຣີປ່າຕາແສງຕາເສິງ,ການຟ້ອນລຳຂອງ ຫຼີລີ້ຮວາ ແມ່ນເຕັມໄປດ້ວຍກຳລັງໃຈ,ແຕ່ການເວົ້າຂອງລາວແມ່ນບໍ່ໄວແລະບໍ່ຊ້າ, ລາວໄດ້ເລົ່າເລື່ອງເຣີປ່າຕາແສງຕາເສິງໃຫ້ພວກເຮົາຟັງຈາກຕຳນານ:ຕຳນານໄດ້ກ່າວວ່າ,ນັກບວດມາເຖິງເມືອງວິຊິດແລະເຜີຍແຜ່ເຣີປ່າຢູ່ໃນບ້ານ,ແຕ່ວ່າ,ການຟ້ອນປະເພດນີ້ບໍ່ແມ່ນເໝາະສົມກັບທຸກທ້ອງຖິ່ນ,ຈົນມາເຖິງບ້ານຢົງກົ້ງຈຶ່ງຊອກເຫັນຜູ້ສືບທອດທີ່ເໝາະສົມ.ຍ້ອນວ່າເປັນການຟ້ອນເພື່ອຂໍຄວາມສຸກ,ສະນັ້ນ,ເຂດທ້ອງຖິ່ນທີ່ເໝາະສົມທີ່ຈະຟ້ອນນັ້ນຈຶ່ງຈະຕ້ອງເຕັມໄປດ້ວຍຄວາມສຸກແລະຄວາມອຸດົມສົມບູນ.ບ້ານຢົງກົ້ງມີຄວາມໝາຍໃນພາສາທິເບດວ່າ:ສະຖານທີ່ຮັບຄວາມສຸກ.