ບ້ານຊົນເຜົ່າແຂວງຢຸນນານກະກຽມບຸນເຂົ້າໃໝ່ເຜົ່າຫວ້າແລະກິດຈະກຳບຸນໄຫວ້ພະຈັນ

2018-09-18 15:00:29 |ມາຈາກ: Yunnan Gateway

ໃນລະຫວ່າງວັນທີ 18 ຫາ 24 ເດືອນ ກັນຍາ,ບ້ານຊົນເຜົ່າແຂວງຢຸນນານຈະກະກຽມບຸນເຂົ້າໃໝ່ເຜົ່າຫວ້າແລະກິດຈະກຳບຸນໄຫວ້ພະຈັນທີ່ເປັນລະບົບ.

ບຸນເຂົ້າໃໝ່ເປັນບຸນປະເພນີອັນໜຶ່ງຂອງຊົນເຜົ່າຫວ້າ.ລະຫວ່າງໃນງານບຸນ,ບ່າວສາວຜູ້ເຖົ້າຜູ້ນ້ອຍຈະນຸ່ງເສື້ອຂອງຊົນເຜົ່າທີ່ສວຍງາມ,ຟ້ອນລຳທຳເພງ,ສະເຫຼີມສະຫຼອງ ໝົດມື້ໝົດຄືນ,ເພື່ອສະຫຼອງການເກັບກ່ຽວຜົນຜະລິດທີ່ອຸດົມສົມບູນແລະຂໍພອນໃຫ້ດິນຟ້າອາກາດດີ.

ໃນກິດຈະກຳຄັ້ງນີ້,ນັກທ່ອງທ່ຽວສາມາດຕ້ອນຮັບເຂົ້າໃໝ່,ຕາກເຂົ້າໃໝ່ແລະຕຳເຂົ້າໃໝ່ນຳຊາວເຜົ່າຫວ້າ,ຊິມລົດຊາດເຂົ້າໃໝ່ທີ່ສົດໆນຳກັນ.ລາຍການການຟ້ອນຂອງຊົນເຜົ່າຫວ້າແລະການແລກປ່ຽນເຊິ່ງກັນແລະກັນແລະລາຍການອື່ນໆເປັນຕົ້ນຈະສາມາດເຮັດໃຫ້ນັກທ່ອງທ່ຽວໄດ້ເບິ່ງຊົມລັກສະນະຂອງຊົນເຜົ່າຫວ້າທີ່ອຸດົມສົມບູນ,ສຳພັດເຖິງສະເໜ່ທີ່ມີຄວາມພິເສດຂອງບຸນເຂົ້າໃໝ່.

ນອກຈາກນີ້,ເມື່ອລາຕີມາເຖິງ,ນັກທ່ອງທ່ຽວຍັງສາມາດຊົມເບິ່ງພະຈັນກັບຊາວຊົນເຜົ່ານ້ອຍ,ສະເຫຼີມສະຫລອງບຸນໄຫວ້ພະຈັນທີ່ພິເສດ.