ເມືອງປິ່ນສວນແຂວງຢຸນນານມີ “ຕົ້ນລາຊາໝາກແກ່ນ”ຕົ້ນໜຶ່ງ

2018-09-19 15:11:34 |ມາຈາກ: Yunnan Gateway

ຕາແສງລ່າອູ່ເມືອງປິ່ນສວນແຂວງຢຸນນານມີປະຫວັດສາດການປູກຕົ້ນໝາກແກ່ນເຖິງ 800 ປີ,ໝາກແກ່ນຂອງເຂດທ້ອງຖິ່ນມີຊື່ສຽງຍ້ອນເປືອກບາງ,ເນື້ອຂາວແລະ ໝາກໜ່ວຍໃຫຍ່.ຢູ່ເທິງພູຊ້າວຝາງທີ່ມີລະດັບຄວາມສູງຈາກໜ້ານໍ້າທະເລ 2000 ແມັດ,ມີຕົ້ນໝາກແກ່ນທີ່ມີອາຍຸເຖິງ 180 ກວ່າປີຕົ້ນໜຶ່ງ,ກວມພື້ນທີ່ດິນປະມານ 2 ມຸ້,ຄວາມສູງຂອງຕົ້ນປະມານ 20 ກວ່າແມັດ,ເສັ້ນຜ່າສູນກາງເຖິງ 1,5 ແມັດ.ສາມາດຜະລິດໝາກແກ່ນແຫ້ງທີ່ມີຄຸນນະພາບສູງ 600 ກວ່າກິໂລ,ຍອດຜະລິດຕະພັນປະມານ 15.000 ຢວນ,ເຊິ່ງຖືກເອີ້ນເປັນ “ຕົ້ນລາຊາໝາກແກ່ນ”.