
ໃນວັນທີ 8 ເດືອນ ຕຸລາ,ຫຼັງຈາກ APP “ທ່ຽວແຂວງຢຸນນານ”ໄດ້ອອນລາຍຄົບ 1 ອາທິດ,ປະທານສະພາບໍລິຫານແລະ CEO ຂອງບໍລິສັດ Tencent ທ່ານໝ້າຮວ້າເຖິງ ໄດ້ມາເຖິງບ້ານຊົນເຜົ່າແຂວງຢຸນນານທີ່ນະຄອນຄຸນໝິງພ້ອມດ້ວຍຄະນະ,ສຳຜັດຜົນງານການກໍ່ສ້າງຂອງ APP ການທ່ອງທ່ຽວຢຸນນານໜ່ວຍນີ້.

ຈົນເຖິງວັນທີ 7 ເດືອນ ຕຸລາ, APP “ທ່ຽວແຂວງຢຸນນານ”ໄດ້ມີຄົນດາວໂຫລດກາຍກວ່າລ້ານຄົນແລ້ວ,ເຊິ່ງໄດ້ກວມລວມການບໍລິການໃນ 6 ດ້ານກໍຄື:ດ້ານການກິນ,ໂຮງແຮມ,ການເດີນທາງ,ການທ່ອງທ່ຽວ,ການຊື້ແລະການບັນເທິງ,ເຊິ່ງໄດ້ສາມາດບັນລຸການທ່ອງທ່ຽວແຂວງຢຸນນານດ້ວຍມືຖື 1 ໜ່ວຍແລ້ວ.

ການເຂົ້າສວນດ້ວຍການສະແກນໃບໜ້າ,ຊື້ໃບຊາທາງອອນລາຍ,ການຮ້ອງຮຽນ,ການສະແກນຫາເຂດທ່ອງທ່ຽວ,ການຈຳແນກປະເພດດອກໄມ້ແລະຫຍ້າ,ເບິ່ງວິດີໂອສົດໆ,ການຊອກຫາຫ້ອງນໍ້າແລະອື່ນໆ,ບໍ່ຮອດ 1 ຊົ່ວໂມງ,ທ່ານໝ້າຮວ້າເຖິງ ພ້ອມດ້ວຍຄະນະໄດ້ສຳຜັດຄວາມສະຫຼາດແລະຄວາມສະດວກຂອງ APP “ທ່ຽວແຂວງຢຸນນານ”ຢ່າງເຕັມທີ່.
