ຕັກ​ເອົາ​ເກືອ​ໃນ​ລະ​ດູ​ໃບ​ໄມ້ຫຼົ່ນ

2018-10-10 17:53:16 |ມາຈາກ: cri

ພາບນີ້​ຄື​ກຳ​ມະ​ກອນ​ໃນ​ວິ​ສາ​ຫະ​ກິດ​ຜະ​ລິດ​ເກືອ​ຢູ່​ເມືອງ​ອູ​ລີ້​ແຂວງ​ຊ່ານ​ຕຸ່ງ​ກຳ​ລັງ​​ຕັກ​ເອົາ​ເກືອ​​ໃນລະ​ດູ​ໃບ​ໄມ້ຫຼົ່ນ​ທີ່​ຖ່າຍ​ຮູບ​ໄວ້​ໃນ​ວັນ​ທີ 9 ຕຸ​ລານີ້.

ຍາມນີ້​ພໍ​ດີ​ແມ່ນ​ໄລ​ຍະ​ການ​ຕັກ​ເອົາ​ເກືອ​ລະ​ດູ​ໃບ​ໄມ້ຫຼົ່ນ, ກຳ​ມະ​ກອນ​ຢູ່​ໂຮງ​ງານ​ຜະ​ລິດ​ເກືອ​ຕ່າງໆ​ຂອງ​ເມືອງ​ອູ​ລີ້​ໄດ້​ຂຸ້ນ​ຂ້ຽວ​ຕັກເອົາ​ເກືອ. ຢູ່​ເມືອງ​ອູ​ລີ້ ມີ​ນາ​​ເກືອ 140.000 ເຮັກ​ຕາ, ປີນີ້ ຜົນ​ຜະ​ລິດ​ເກືອ​ຄາດ​ວ່າ​ຈະ​ອຸ​ດົມ​ສົມ​ບູນ ແລະ​​ໝົດ​ປີນີ້ ຜົນ​ຜະ​ລິດ​ຈະ​ສາ​ມາດ​ບັນ​ລຸ​ເຖິງ 1,5 ລ້ານໂຕນ.