“ການເຄື່ອນໄຫວແສງສະຫວ່າງ”ໄດ້ສ້າງຂົວເຊື່ອມຈິດໃຈກັນລະຫວ່າງຈີນກັບລາວຂຶ້ນ

2018-10-12 15:59:27 |ມາຈາກ: Yunnan Gateway

ໃນລະຫວ່າງວັນທີ 21-24 ສິງຫາ,ມູນນິທິແລກປ່ຽນໄມຕີຈິດມິດຕະພາບສາກົນປະຊາຊົນແຂວງຢຸນນານໄດ້ເຕົ້າໂຮມກອງທຶນແລະຈັດຕັ້ງທີມແພດຢຸນນານເດີນທາງມາເຖິງໂຮງໝໍມະໂຫສົດທີ່ນະຄອນຫຼວງວຽງຈັນ,ເລີ່ມປະຕິບັດກິດຈະກຳ“ການເຄື່ອນໄຫວແສງສະຫວ່າງ”ຂອງແຂວງຢຸນນານປະຈຳປີ 2018ທີ່ນະຄອນຫຼວງວຽງຈັນປະເທດລາວ.

ໃນເດືອນ ພະຈິກ ຂອງປີແລ້ວນີ້,ປະເທດຈີນໄດ້ຈັດຕັ້ງທິມແພດມາໂຮງໝໍແຫ່ງນີ້ເພື່ອເຮັດການຜ່າຕັດໃຫ້ແກ່ຜູ້ເປັນພະຍາດຕໍ້ກະຈົກ.ປະຊາຊົນລາວໄດ້ຍ້ອງຍໍຊົມເຊີຍຕໍ່ທ່ານໝໍຈີນຢ່າງຫຼວງຫຼາຍ,ການມາເຖິງອີກເທື່ອໜຶ່ງຂອງທິມແພດຄັ້ງນີ້,ເຮັດໃຫ້ມິດຕະພາບຈີນ ລາວໄດ້ມີການສືບຕໍ່ດີຍິ່ງຂຶ້ນໄປອີກ.