ບຸນສົງຢາງ
ຂໍໃຫ້ທ່ານມີສຸຂະພາບທີ່ແຂງແຮງຕະຫຼອດໄປ

2018-10-17 16:39:36 |ມາຈາກ: Yunnan Gateway

ມື້ນີ້ເປັນວັນທີ 9 ເດືອນ 9 ໃນປະຕິທິນຈັນທະຄະຕິຈີນ
ກໍເປັນບຸນສົງຢາງຂອງຈີນຄືກັນ
ຄົນບູຮານຖືຕົວເລກ “ເກົ້າ”ເປັນຕົວເລກຂອງເພດຊາຍ
ວັນທີ 9 ເດືອນ 9, “9”ສອງໂຕໄດ້ຊ້ຳກັນ
ຈຶ່ງເອີ້ນເປັນ “ສົງຢາງ”(ພາສາຈີນໝາຍເຖິງໂຕເກົ້າສອງໂຕ)

ຕົວເລກ 9 ເປັນຕົວເລກທີ່ໃຫຍ່ທີ່ສຸດໃນຕົວເລກ
ຈຶ່ງຖືກຕີເປັນຄວາມໝາຍວ່າ
ຊີວິດອັນຍືນຍາວແລະມີສຸຂະພາບແຂງແຮງ
ສະນັ້ນບຸນສົງຢາງກໍຍັງຖືກເອີ້ນເປັນ
“ບຸນຜູ້ອາວຸໂສ” “ບຸນເຄົາລົບຜູ້ສູງອາຍຸ”ຄືກັນ

ແລ້ວບຸນສົງຢາງມີກິດຈະກຳຫຍັງແດ່?

ປີນພູອຳລາລະດູ“ສີຂຽວ”

ຊົມເບິ່ງດອກເບັນຈະມາດ,ດື່ມເຫຼົ້າດອກເບັນຈະມາດ

ປະດັບດ້ວຍງ່າໄມ້ໂຈ່ຢູ

ກິນເຂົ້າໜົມສົງຢາງ

ໃນແຕ່ລະປີມີບຸນສົງຢາງ,ມື້ນີ້ບຸນສົງຢາງກໍວຽນມາອີກເທື່ອໜຶ່ງ

ຂໍອວຍພອນໃຫ້ທ່ານມີສຸຂະພາບທີ່ແຂງແຮງຕະຫຼອດໄປ