ຄົນຮ້ອຍກວ່າຄົນເຂົ້າຮ່ວມ "ການແຂ່ງຂັນໃຈລອຍ"

2018-11-13 14:55:31 |ມາຈາກ: Yunnan Gateway

ໃນວັນທີ 11 ເດືອນພະຈິກ,ການແຂ່ງຂັນໃຈລອຍພາຍໃຕ້ຫົວຂໍ້ “ໃຜຈະເປັນເຈົ້າແຫ່ງຄວາມໃຈລອຍ”ໄດ້ຈັດຂຶ້ນທີ່ນະຄອນຫ່າງໂຈ່.ຊາວເມືອງຮ້ອຍກວ່າຄົນໄດ້ສະໝັກເຂົ້າແຂ່ງຂັນ,ບາງຄົນຢືນ ບາງຄົນນອນ ບາງຄົນໝອບ……ເຊິ່ງໄດ້ສະແດງຄວາມສາມາດຂອງຕົນຢ່າງສຸດຄວາມສາມາດ.

ໂດຍໄດ້ຮັບຮູ້ວ່າ,ຈຸດປະສົງການຈັດຕັ້ງກິດຈະກຳນີ້ຂອງຝ່າຍເຈົ້າການແມ່ນເພື່ອຊ່ວຍໃຫ້ຄົນເຮົາສາມາດສະຫງົບໃຈລົງພາຍໃຕ້ການດຳລົງຊີວິດທີ່ເຄັ່ງຄຽດໃນແຕ່ລະວັນ,ເພື່ອລືມອາລົມທີ່ບໍ່ດີຂອງຕົນແລະບໍ່ໃຫ້ອາລົມຕຶງຄຽດຫຼາຍເກີນໄປ.