ການວາງສະແດງຜົນງານສິລະປະການຂຽນໂຕໜັງສືຈີນແລະການຖ່າຍຮູບໄດ້ເປີດສາກແລ້ວ

2018-11-13 14:58:54 |ມາຈາກ: Yunnan Gateway

ໃນວັນທີ 12, “ການວາງສະແດງຜົນງານສິລະປະການຂຽນໂຕໜັງສືຈີນແລະການຖ່າຍຮູບເພື່ອສະເຫຼີມສະຫຼອງການປະຕິຮູບແລະເປີດປະຕູສູ່ໂລກພາຍນອກຄົບຮອບ 40 ປີຂອງແຂວງຢຸນນານ”ທີ່ອົງການໂຄສະນາຂອງຄະນະພັກແຂວງຢຸນນານແລະສະມາຄົມການຮ່ວມມືທາງວັດທະນະທຳແລະສິລະປະແຂວງເປັນເຈົ້າການຮ່ວມກັນໄດ້ເປີດການວາງສະແດງທີ່ຫໍສິລະປະວັດທະນະທຳແຂວງຢຸນນານ,ການວາງສະແດງຄັ້ງນີ້ຈະສືບຕໍ່ຈັດເຖິງທ້າຍເດືອນນີ້.

ການວາງສະແດງຄັ້ງນີ້ເປັນໜຶ່ງໃນກິດຈະກຳອັນສຳຄັນພາຍໃນກິດຈະກຳທີ່ຈັດເປັນລະບົບຂອງແຂວງຢຸນນານເພື່ອເປັນການລະລຶກເຖິງການປະຕິຮູບແລະເປີດປະຕູສູ່ໂລກພາຍນອກຄົບຮອບ 40 ປີ,ເຊິ່ງການວາງສະແດງໄດ້ແບ່ງອອກເປັນ 3 ເຂດກໍຄື:ພາກສ່ວນສິລະປະ ການຂຽນໂຕໜັງສືຈີນແລະການຖ່າຍຮູບ,ເຊິ່ງມີການວາງສະແດງຜົນງານສິລະປະ 56 ໜ່ວຍ,ຜົນງານການຂຽນໂຕໜັງສືຈີນ 97 ໜ່ວຍແລະຜົນງານການຖ່າຍຮູບ 200 ໜ່ວຍ.