ໜອງຊິງຢຸນເປີດໜອງແລ້ວ ໄປເມືອງຈ່ຽງສວນແຂວງຢຸນນານກິນປານຳກັນເທາະ

2018-12-26 16:51:21 |ມາຈາກ: Yunnan Gateway

ເຮືອຕຶກປາຫຼາຍຮ້ອຍລຳເດີນທາງເຂົ້າໜອງໃນເວລາດຽວກັນ ເຊິ່ງເປັນທິວທັດອັນສະຫງ່າງາມຕາຫຼາຍ.

ພວກຊາວປະມົງກຳລັງລໍຖ້າສັນຍານການເປີດປະມົງ

ພວກຊາວປະມົງກຳລັງລໍຖ້າສັນຍານການເປີດປະມົງ

ປາໂຕໃຫຍ່ກຳລັງລໍຖ້າທ່ານມາກິນ

ໃນຕອນເຊົ້າຂອງວັນທີ 25,ບັນຍາກາດແຄມໜອງຊິງຢຸນແມ່ນຟົດຟື້ນຫຼາຍ.ຕອນເຊົ້າ 8 ໂມງ,ຄຽງຄູ່ກັບສັນຍານຂອງການເປີດປະມົງທີ່ດັງຂຶ້ນ ເຮືອຈຳນວນ 618 ລໍາໄດ້ພາກັນເດີນທາງເຂົ້າສູ່ໜອງ ເໝືອນລູກທະນູທີ່ຖືກຍິງອອກ.ເຊິ່ງໜອງຊິງຢຸນໄດ້ເຂົ້າສູ່ໄລຍະທີ່ຟົດຟື້ນທີ່ສຸດຂອງປີ,ງານເປີດປະມົງຄັ້ງທີ 14 ເມືອງຈ່ຽງສວນໄດ້ລິເລີ່ມຂຶ້ນແລ້ວ.

ໂດຍການແນະນຳ, ໃນປີ 2018 ໜອງຊິງຢຸນໄດ້ຫວ່ານພັນປາລົງໜອງທັງຫມົດ 201713,8 ກິໂລ,ຄາດຄະເນວ່າຈະໄດ້ຮັບຜົນຜະລິດຕະພັນຂອງປາປະມານ 2570 ໂຕນ.ງານເປີດປະມົງຄັ້ງນີ້ຈະສືບຕໍ່ເປັນເວລາໜຶ່ງເດືອນ,ຖະໜົນເຢີນເຫີທີ່ເປັນເຂດເມືອງຕົ້ນຕໍຈະມີການຈຳໜ່າຍປາສົດໆແຕ່ມື້ນີ້ຫາວັນທີ 14 ມັງກອນ ປີ 2019.