ລັດພ້ອມຊົດເຊີຍປະຊາຊົນທີ່ຖືກກະທົບຈາກທາງລົດໄຟລາວຈີນ

2018-03-13 18:01:07 |ມາຈາກ: CRI悦生活

  ຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນໄດ້ດຳເນີນກອງປະຊຸມປຶກສາຫາລືດ້ານວິຊາການກ່ຽວກັບການຊຳລະຊົດເຊີຍສິ່ງກີດຂວາງຂອງປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງທາງລົດໄຟລາວ-ຈີນ,ເຊິ່ງໄດ້ຈັດຂຶ້ນໃນວັນທີ22ກຸມພາ2018,ທີ່ແຂວງຫລວງພະບາງ.ໃນນັ້ນ,ໄດ້ຄົ້ນຄວ້າ5ບັນຫາຕົ້ນຕໍຄື:ຂັ້ນຕອນໃນການຊຳລະ,ເອກະສານທີ່ຈຳເປັນເພື່ອຢືນຢັນຄວາມຖືກຕ້ອງ,ການຈັດອັນດັບບູລິມະສິດການຊົດເຊີຍ,ແຜນການຈັດຕັ້ງປະຕິບັດໃນການລົງຕິດຕາມກວດກາລະບົບລາຍງານການກະກຽມບັນຊີບຸກຄົນທີ່ຖືກຜົນກະທົບແລະບັນຫາອື່ນໆ.

  ຜ່ານການຄົ້ນຄວ້າແລະປຶກສາຫາລືຄະນະກຳມະການດັ່ງກ່າວ,ໄດ້ຕົກລົງເປັນເອກະພາບໃນການຊຳລະຄ່າຊົດເຊີຍໃຫ້ປະຊາຊົນ,ໂດຍການໂອນເຂົ້າທະນາຄານການຄ້າຕ່າງປະເທດ.ສຳລັບເອກະສານທີ່ຈຳເປັນເພື່ອຢືນຢັນຄວາມຖືກຕ້ອງຮັບປະກັນບໍ່ໃຫ້ມີການຮ້ອງຟ້ອງ,ທ້ວງຖາມຫລືຈ່າຍຊ້ຳຊ້ອນເຊັ່ນ:ຕ້ອງມີເອກະສານທີ່ເປັນຊັບສິນຂອງປະຊາຊົນ,ພ້ອມມີບົດບັນທຶກທີ່ໄດ້ເຊັນກັບປະຊາຊົນໃນການຄິດໄລ່ຄ່າຊົດເຊີຍແລະເອກະສານທີ່ເປັນຊັບສິນສາທາລະນະ.

  ສ່ວນການຈັດອັນດັບບູລິມະສິດການຊຳລະຄ່າຊົດເຊີຍຈະຕ້ອງຈ່າຍໃຫ້ຜູ້ທີ່ຖືກກະທົບຕໍ່ຜົນຜະລິດເປັນບູລິມະສິດອັນດັບໜຶ່ງ,ຮອງລົງມາແມ່ນທີ່ພັກອາໄສ,ສະຖານທີ່ສາທາລະນະ,ບ່ອນທຳມາຫາກິນຫລືໂຮງຈັກໂຮງງານ.ສຳລັບແຜນການຈັດຕັ້ງປະຕິບັດແມ່ນໃຫ້ຫົວໜ້າຄະນະໄກ່ເກຍຂັ້ນນະຄອນຫລວງແລະແຂວງນຳສະເໜີລາຍງານຂໍອະນຸມັດຈາການນຳແຂວງ,ສ່ວນຜູ້ຖືກຜົນກະທົບຕ້ອງເປີດບັນຊີຂອງຕົນເອງຢູ່ທະນາຄານການຄ້າຕ່າງປະເທດເພື່ອຮັບເງິນຈາກຄ່າຊົດເຊີຍ.