ບໍລິສັດອີທີແອລຈໍາກັດຈະລົງທຶນ110ລ້ານໂດລາສະຫະລັດເພື່ອປັບປຸງແລະຂະຫຍາຍເຄືອຂ່າຍໂທລະຄົ

2018-03-13 16:29:42 |ມາຈາກ: CRI悦生活

  ເພື່ອສ້າງຍຸດທະສາດໃນການແຂ່ງຂັນດ້ວຍການພັດທະນາຄວາມຕ້ອງການຂອງຕະຫຼາດ,ບໍລິສັດອີທີແອລຈໍາຈັດໄດ້ເປີດກອງປະຊຸມປະຈໍາປີ2017ຂຶ້ນຢ່າງເປັນທາງການເພື່ອສະຫຼຸບຜົນການດໍາເນີນທຸລະກິດໃນປີ2017ແລະສະເໜີທິດທາງດໍາເນີນທຸລະກິດສໍາລັບປີ2018ໃນຕອນບ່າຍຂອງວັນທີ22ກຸມພາ2018ຢູ່ທີ່ສໍານັກງານໃຫຍ່ບໍລິສັດອີທີແອລຈໍາກັດນະຄອນຫຼວງວຽງຈັນ,ໂດຍການເປັນປະທານຂອງທ່ານຫວູຈຽງເຊິງຜູ້ອໍານວຍການໃຫຍ່ບໍລິສັດອີທີແອລຈໍາກັດໂດຍເປັນກຽດເຂົ້າຮ່ວມຂອງທ່ານທັນສະໄໝກົມມະສິດລັດຖະມົນຕີກະຊວງໄປສະນີ,ໂທລະຄົມມະນາຄົມແລະການສື່ສານ,ມີທ່ານບຸນສະເຫຼີມໄຊເຄນນາວົງປະທານສະພາບໍລິຫານບໍລິສັດອີທີແອລຈໍາກັດພ້ອມຄະນະ,ມີບັນດາຫົວໜ້າກົມຈາກກະຊວງກ່ຽວຂ້ອງ,ຄະນະພະແນກ,ຜູ້ອໍານວຍການສາຂາແລະພະນັກງານຂັ້ນນໍາຈາກທົ່ວປະເທດເຂົ້າຮ່ວມທັງໝົດ170ຄົນ.

  ໃນໂອກາດັ່ງກ່າວ,ທ່ານຫວູຈຽງເຊິງຜູ້ອໍານວຍການໃຫຍ່ບໍລິສັດອີທີແອລຈໍາກັດໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວທຸລະກິດປະຈໍາປີ2017ເຊິ່ງທ່ານໄດ້ລາຍງານວ່າ:ກອງປະຊຸມຄັ້ງນີ້,ແມ່ນເພື່ອຊອກຫາວິທີພັດທະນາການໃຫ້ບໍລິການທີ່ດີແກ່ລູກຄ້າຂອງບໍລິສັດ,ການຂະຫຍາຍຈໍານວນລູກຄ້າແລະເພື່ອບັນລຸເປົ້າໝາຍການເຕີບໂຕດ້ານລາຍໄດ້.ວຽກງານຕົ້ນຕໍແມ່ນການພັດທະນາເປັນບູລິມະສິດອັນທໍາອິດທີ່ຈະບັນລຸເປົ້າໝາຍປີ2018.

ສະນັ້ນ,ເພື່ອສ້າງຍຸດທະສາດການຕະຫຼາດໂດຍຖືເອົາລູກຄ້າເປັນສູນກາງແລະເປົ້າໝາຍຕົ້ນຕໍແລະເພື່ອພັດທະນາຄວາມຕ້ອງການຂອງຕະຫຼາດ,ໃນເວລາດຽວກັນກໍສຸມໃສ່ການພັດທະນາເຄືອຂ່າຍແລະຄົ້ນຫາຊ່ອງທາງການຂາຍທີ່ຫຼາກຫຼາຍ.ດັ່ງນັ້ນ,ໃນປີ2018ບໍລິສັດອີທີແອລຈໍາກັດຈະລົງທຶນ110ລ້ານໂດລາສະຫະລັດ(ປະມານ900ຕື້ກວ່າກີບ)ເພື່ອຂະຫຍາຍເຄືອຂ່າຍແລະການບໍລິການໂທລະສັບມືຖືລະບົບ4Gຈໍານວນກວ່າ1.300ສະຖານີໃນທົ່ວປະເທດເພື່ອປັບປຸງຄຸນນະພາບການໂທແລະການນໍາໃຊ້ດາຕ້າຂອງລູກຄ້າໂທລະສັບມືຖືຂອງຕົນໃຫ້ສະດວກແລະດີຂຶ້ນຕາມລໍາດັບພ້ອມທັງຂະຫຍາຍເຄືອຂ່າຍອິນເຕີເນັດຜ່ານລະບົບສາຍໃຍແກ້ວ(FTTH),ເພື່ອໃຫ້ບັນລຸເປົ້າໝາຍສ້າງລາຍຮັບໃຫ້ໄດ້ຫຼາຍກວ່າ380ຕື້ກີບທຽບໃສ່ປີ2017ເພີ່ມຂຶ້ນ50%.



  ປະຈຸບັນບໍລິສັດອີທີແອລຈໍາກັດມີສະຖານີໂທລະສັບມືຖືທັງໝົດຫຼາຍກວ່າ1.400ສະຖານີ,ສັນຍານໂທລະສັບມືຖືຄວບຄຸມ18ແຂວງ,148ເມືອງ, 8.500ກວ່າບ້ານ,ມີລູກຄ້າໂທລະສັບມືຖືຫຼາຍກວ່າ900.000ຄົນແລະລູກຄ້າອິນເຕີເນັດຫຼາຍກວ່າ8.000ກວ່າຄົນ.