ສຸມໃສ່2ແຂວງທີ່ມີທ່າແຮງຜະລິດເຂົ້າສົ່ງໄປຈີນ

2018-03-13 17:00:09 |ມາຈາກ: CRI悦生活

  ທ່ານບຸນຂວາງຄຳບຸນເຮືອງຮອງລັດຖະມົນຕີກະຊວງກະສິກຳແລະປ່າໄມ້ໃຫ້ສຳພາດໂອກາດທີ່ທ່ານເຂົ້າຮ່ວມງານວາງສະແດງກະສິກຳຫັດຖະກຳອຸດສາຫະກຳປະຈຳປີ2018ຄັ້ງທີ23ຂອງເມືອງນາຊາຍທອງນະຄອນຫຼວງວຽງຈັນວ່າ:ເພື່ອຮັບປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານໃຫ້ມີຄວາມພຽງພໍກໍ່ຄືຕະຫຼາດທັງພາຍໃນແລະຕ່າງປະເທດກະຊວງກະສິກຳແລະປ່າໄມ້ໄດ້ສືບຕໍ່ຈັດຕັ້ງປະຕິບັດວຽກງານຕາມສິດແລະພາລະບົດບາດຂອງຕົນໂດຍສະເພາະແມ່ນວຽກງານປູກຝັງແລະລ້ຽງສັດ.

  ໃນປີ2018ກະຊວງກະສິກຳແລະປ່າໄມ້ໄດ້ສຸມໃສ່ຈັດຕັ້ງປະຕິບັດ2ໂຄງການໃຫຍ່ເພື່ອຮັບປະກັນຄວາມໝັ້ນຄົງສະບຽງອາຫານເປັນຕົ້ນວຽກງານການປູກຝັງ-ລ້ຽງສັດແລະການຜະລິດເປັນສິນຄ້າຂອງພໍ່ແມ່ປະຊາຊົນພ້ອມນັ້ນໄດ້ສຸມໃສ່ການຜະລິດເຂົ້າໂດຍສະເພາະໄລຍະນີ້ແມ່ນຊຸກຍູ້ຊາວກະສິກອນຂຸ້ນຂ້ຽວປັກດຳເຂົ້ານາແຊງໃນເນື້ອທີ່95ພັນເຮັກຕາໃນທົ່ວປະເທດປັດຈຸບັນໄດ້ປັກດຳສຳເລັດແລ້ວຫຼາຍຈຸດແລະບາງບ່ອນກໍ່ກຳລັງຂຸ້ນຂ້ຽວປັກດຳເພື່ອໃຫ້ສຳເລັດຕາມແຜນວາງໄວ້ສະມັດຖະພາບສະເລ່ຍ3-4ໂຕນຕໍ່ເຮັກຕາພ້ອມນັ້ນເພື່ອຜະລິດເຂົ້າໃຫ້ໄດ້ຕາມແຜນທີ່ລັດຖະບານສປຈີນມອບໃຫ້ພວກເຮົາໄດ້ສຸມໃສ່ແຂວງສະຫວັນນະເຂດແລະແຂວງຄຳມ່ວນເນື່ອງຈາກວ່າສອງແຂວງດັ່ງກ່າວມີເນື້ອທີ່ກວ້າງມີຊົນລະປະທານຂະໜາດໃຫຍ່ສາມາດຕ້ານແລ້ງຖ້ວມແລະອື່ນໆ.

  ສ່ວນໂຄງການແຮເຂົ້າຂອງລັດຖະບານຈຳນວນ30ພັນໂຕນແມ່ນກະຊວງອຸດສາຫະກຳແລະການຄ້າຮັບຜິດຊອບໃນນີ້ກະຊວງກະສິກຳແລະປ່າໄມ້ເປັນຜູ້ຮັບປະກັນສົ່ງເສີມຂອດໂຮງສີແລະຈຸດສຸມຕ່າງໆໄປຕາມສູນສະຖາບັນຕ່າງໆທີ່ມີຢູ່ຕາມແຕ່ລະແຂວງເພື່ອຜະລິດພັນເຂົ້າລຸ້ນ1ແລະລຸ້ນ2ເພື່ອຮັບປະກັນໄດ້ຕາມເປົ້າໝາຍແລະອື່ນໆ.