ບໍລິສັດຊີມັງລາວມະຫາຊົນເປີດການຊື້ຂາຍຮຸ້ນຄັ້ງທຳອິດ

2018-03-13 17:20:16 |ມາຈາກ: cri

  ພິທີເປີດການຊື້-ຂາຍຮຸ້ນຄັ້ງທຳອິດຂອງບໍລິສັດຊີມັງລາວມະຫາຊົນໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນໃນຕອນເຊົ້າວັນທີ2ມີນານີ້ໂດຍເປັນກຽດເຂົ້າຮ່ວມຂອງທ່ານຄໍາແກ້ວວິສີສົມບັດປະທານບໍລິຫານບໍລິສັດຫຼັກຊັບລາວ-ຈີນຈໍາກັດ,ທ່ານຈ່າງລີຜູ້ອຳນວຍການບໍລິສັດຊີມັງລາວມະຫາຊົນພ້ອມດ້ວຍພາກສ່ວນທີ່ກ່ຽວກ່ຽວຂ້ອງ100ກວ່າຄົນ.

  ໂອກາດນີ້,ທ່ານວັນຄໍາວໍລະວົງຜູ້ອໍານວຍການໃຫຍ່ຕະຫຼາດຫຼັກກຊັບລາວແລະທ່ານຈ່າງລີຜູ້ອຳນວຍການບໍລິສັດຊີມັງລາວມະຫາຊົນໄດ້ຕາງໜ້າສອງຝ່າຍລົງນາມໃນສັນຍາຈົດທະບຽນຮຸ້ນຂອງບໍລິສັດຊີມັງລາວມະຫາຊົນ.

  ໂອກາດນີ້,ທ່ານວັນຄໍາວໍລະວົງໄດ້ສະແດງຄວາມຊົມເຊີຍບໍລິສັດຊີມັງລາວມະຫາຊົນທີ່ໄດ້ສຳເລັດການຈຳໜ່າຍຮຸ້ນຄັ້ງທຳອິດພ້ອມທັງສະແດງຄວາມຍິນດີຕ້ອນຮັບບໍລິສັດດັ່ງກ່າວເຂົ້າມາຈົດທະບຽນເປັນບໍລິສັດທີ7ຂອງຕະຫຼາດຫຼັກຊັບລາວ.

ທ່ານກ່າວວ່າ,ການເຂົ້າມາຈົດທະບຽນເຂົ້າຕະຫຼາດຫຼັກຊັບຂອງບໍລິສັດຊີມັງລາວມະຫາຊົນຖືເປັນນິມິດໝາຍທີ່ສຳຄັນເຊິ່ງເປັນອີກສ່ວນໜຶ່ງໃນການພັດທະນາເສດຖະກິດຂອງປະເທດ,ສ້າງວຽກເຮັດງານທຳແລະສ້າງໂອກາດໃນການຍົກລະດັບຜະລິດຕະພັນສິນຄ້າຂອງລາວໃຫ້ເຕີບໃຫຍ່ສູ່ສາກົນ,ນອກຈາກນີ້,ຮຸ້ນບໍລິສັດທີ7ນີ້ຍັງເປັນການສ້າງທາງເລືອກແລະເງື່ອນໄຂຫຼາຍດ້ານໃຫ້ແກ່ນັກລົງທຶນທັງພາຍໃນແລະຕ່າງປະເທດທີ່ຈະມາລົງທຶນໃນຕະຫຼາດຫຼັກຊັບ.

  ຂ່າວແຈ້ງຕື່ມວ່າ,ໃນວັນທີ9ກຸມພາຜ່ານມາ,ບໍລິສັດຊີມັງລາວມະຫາຊົນໄດ້ສຳເລັດການເປີດIPOໂດຍສະເໜີການຈຳໜ່າຍຮຸ້ນທັງໝົດ12,001,200ຮຸ້ນລວມມູນຄ່າ28ຕື້ກວ່າກີບຫຼື3ລ້ານກວ່າໂດລາສະຫະລັດ.

  ບໍລິສັດຊີມັງລາວມະຫາຊົນເປັນໜຶ່ງໃນບໍລິສັດທີ່ມີຊື່ສຽງໃນສປປລາວທີ່ດຳເນີນທຸລະກິດຜະລິດຊີມັງເພື່ອຈຳໜ່າຍພາຍໃນແລະສົ່ງອອກຕ່າງປະເທດ.ຈາກການເປີດການຊື້ຂາຍຮຸ້ນຄັ້ງທຳອິດ,ບໍລິສັດຊີມັງລາວມະຫາຊົນໄດ້ກາຍເປັນບໍລິສັດທີ7ແລະເປັນບໍລິສັດຊີມັງແຫ່ງທຳອິດທີ່ຈົດທະບຽນເຂົ້າໃນຕະຫຼາດຫຼັກຊັບລາວ.